lo_tn/job/36/19.md

3.0 KiB

ຄວາມຮັ່ງມີຂອງທ່ານສາມາດໃຫ້ຜົນປະໂຫຍດແກ່ທ່ານ...ກຳລັງທັງຫມົດຂອງທ່ານສາມາດຊ່ວຍທ່ານໄດ້ຫລື?

ເອ­ລີ­ຮູ ຖາມຄຳຖາມເຫລົ່ານີ້ ເພື່ອເນັ້ນຫນັກວ່າເງິນ ແລະອຳນາດຈະບໍ່ສາມາດຊ່ວຍໂຢບ ຖ້າລາວປະຕິບັດຢ່າງບໍ່ເປັນທັມ. ອາດຈະແປໄດ້ອີກວ່າ: "ຄວາມຮັ່ງມີຂອງເຈົ້າບໍ່ສາມາດເປັນປະໂຫຍດແກ່ເຈົ້າໄດ້ ... ທຸກໆ ກຳລັງຂອງເຈົ້າບໍ່ສາມາດຊ່ວຍເຈົ້າໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ກຳລັງທັງຫມົດຂອງທ່ານສາມາດຊ່ວຍທ່ານ

"ກຳລັງທີ່ຍິ່ງໃຫຍ່ຂອງທ່ານທັງຫມົດ" ຫລື "ທຸກໆ ຄວາມພະຍາຍາມອັນຍິ່ງໃຫຍ່ຂອງທ່ານ"

ເມື່ອຜູ້ຄົນຖືກຕັດອອກຈາກສະຖານທີ່ຂອງພວກເຂົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ທີ່ວ່າ "ປະຊາຊົນ" ຫມາຍເຖິງຄົນທົ່ວໄປ ແລະ "ຖືກຕັດຂາດຢູ່ໃນບ່ອນຂອງພວກເຂົາ" ແມ່ນຄຳປຽບທຽບ ສຳລັບການກົດຂີ່ຂູດຮີດຄົນອື່ນ ໂດຍການດຶງພວກເຂົາອອກຈາກບ້ານເຮືອນ.ອາດຈະແປໄດ້ອີກວ່າ: "ເມື່ອຄົນລາກຄົນອື່ນຈາກບ້ານເຮືອນຂອງເຂົາເຈົ້າ" ຫລື 2) ວ່າ "ປະຊາຊົນ" ເປັນຕົວແທນຂອງປະເທດຕ່າງໆແລະ "ຖືກຕັດແຍກຢູ່ໃນບ່ອນຂອງພວກເຂົາ" ແມ່ນການປຽບທຽບສໍາລັບປະເທດທີ່ຖືກທໍາລາຍ. ອາດຈະແປໄດ້ອີກວ່າ: "ເມື່ອປະເທດຕ່າງໆຈະພິນາດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທ່ານກຳລັງຖືກທົດສອບໂດຍຄວາມທຸກທໍຣະມານ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳຢູ່. ອາດຈະແປໄດ້ອີກວ່າ: "ພຣະເຈົ້າກຳລັງທົດລອງທ່ານ ໂດຍການເຮັດໃຫ້ທ່ານທຸກທໍລະມານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)