lo_tn/job/36/15.md

2.7 KiB

ພຣະອົງຊົງເປີດຫູຂອງພວກເຂົາ

ເອ­ລີ­ຮູ ເວົ້າກ່ຽວກັບພະເຈົ້າເຮັດໃຫ້ບຸກຄົນຟັງ ຄືກັບວ່າພຣະເຈົ້າກຳລັງເປີດຫູຂອງເຂົາ. ເບິ່ງວິທີທີ່ທ່ານແປສິ່ງນີ້ໃນຂໍ້ 36:10. ອາດຈະແປໄດ້ອີກວ່າ: "ພຣະອົງເຮັດໃຫ້ພວກເຂົາຟັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພື່ອເຂົ້າໄປໃນສະຖານທີ່ກວ້າງທີ່ບໍ່ມີຄວາມທຸກລຳບາກ

ເອ­ລີ­ຮູ ເວົ້າກ່ຽວກັບການດຳລົງຊີວິດໂດຍບໍ່ມີບັນຫາ ຄືກັບວ່າມັນກຳລັງຢູ່ໃນພື້ນທີ່ກ້ວາງຂວາງ ບ່ອນທີ່ບໍ່ມີຄວາມຫຍຸ້ງຍາກລຳບາກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທີ່​ໂຕະ​​ຂອງ​ທ່ານຈະເຕັມໄປດ້ວຍອາຫານທີ່ເຕັມໄປດ້ວຍໄຂມັນ

ເອ­ລີ­ຮູ ເວົ້າກ່ຽວກັບການດຳລົງຊີວິດທີ່ຮຸ່ງເຮືອງ ຄືກັບວ່າມີໂຕະຫນຶ່ງທີ່ເຕັມໄປດ້ວຍອາຫານທີ່ດີທີ່ສຸດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໂຕະ​​ຂອງ​ທ່ານຈະເຕັມໄປດ້ວຍ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳຢູ່. ອາດຈະແປໄດ້ອີກວ່າ: "ຜູ້ຮັບໃຊ້ຂອງທ່ານຈະຕັ້ງໂຕະຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ອາຫານທີ່ເຕັມໄປດ້ວຍໄຂມັນ

ຊີ້ນທີ່ມີໄຂມັນຫລາຍຢູ່ເທິງນັ້ນ ມັນແມ່ນສັນຍາລັກຂອງຄວາມຈະເລີນຮຸ່ງເຮືອງເພາະວ່າສັດມີສຸຂະພາບແຂງແຮງ ແລະມີອາຫານການກິນທີ່ດີ. ອາດຈະແປໄດ້ອີກວ່າ: "ອາຫານທີ່ດີທີ່ສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)