lo_tn/job/36/13.md

2.8 KiB

ຄົນເຫລົ່ານັ້ນ ທີ່ບໍ່ນັບຖືພຣະເຈົ້າໃນຈິດໃຈ

ນີ້ ຄຳວ່າ "ຫົວໃຈ" ຫມາຍເຖິງຄວາມຄິດ ແລະອາລົມ. ວະລີນີ້ອາດສະແດງໃຫ້ເຫັນວ່າ ຄົນຫົວຄົນປະຕິເສດທີ່ຈະເຊື່ອວາງໃຈໃນພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ຜູ້ທີ່ປະຕິເສດທີ່ຈະໄວ້ວາງໃຈໃນພຣະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ສະສົມຄວາມໂກດຂອງພວກເຂົາ

ເອ­ລີ­ຮູ ເວົ້າກ່ຽວກັບຄົນທີ່ຍັງຄຽດແຄ້ນ ຄືກັບວ່າຄົນນັ້ນເກັບຄວາມໂກດແຄ້ນຂອງພວກເຂົາ ຄືກັນກັບຄົນຫນຶ່ງຈະເກັບຊັບສົມບັດໄວ້. ອາດຈະແປໄດ້ອີກວ່າ: "ໃຈຮ້າຍຕະຫລອດເວລາ" (ເບິ່ງເພີມເຕີມ: rc://*/ta/man/translate/figs-metaphor)

ແມ້ເມື່ອພຣະເຈົ້າຊົງມັດພວກເຂົາ

ເອ­ລີ­ຮູ ເວົ້າກ່ຽວກັບພຣະເຈົ້າປະຕິບັດວິໄນປະຊາຊົນ ຄືກັບວ່າພຣະເຈົ້າ ກຳລັງມັດເຂົາໄວ້ດ້ວຍເຊືອກ. ອາດຈະແປໄດ້ອີກວ່າ: "ແມ່່້ແຕ່ເມື່ອພຣະເຈົ້າລົງໂທດພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊີ­ວິດ​ຂອງ​ພວກເຂົາ​ຢູ່​ທ່າມ­ກາງ​ໂສເພນີໃນວິຫານທັງຫລາຍ

ທີ່ນີ້ "ໂສເພນີ" ນີ້ຫມາຍເຖິງຊາຍຫນຸ່ມ ທີ່ໄດ້ຮັບໃຊ້ຢູ່ໃນວັດວາອາຮາມທີ່ເຮັດຜິດສິນລະທຳທາງເພດເປັນສ່ວນຫນຶ່ງຂອງພິທີກຳຂອງພວກເຂົາ. ຄວາມຫມາຍທີ່ເປັນໄປໄດ້ ສຳລັບວະລີນີ້ແມ່ນ 1) ຄວາມຕາຍຂອງພຣະເຈົ້າຍ້ອນພຶດຕິກຳທີ່ຜິດສິນລະທຳຂອງພວກເຂົາ ຫລື 2) ຄົນທີ່ບໍ່ນັບຖືພຣະເຈົ້າໄດ້ເສຍຊີວິດໃນຄວາມອັບອາຍ ແລະຄວາມຫນ້າກຽດຊັງ.