lo_tn/job/34/29.md

3.1 KiB

ຂໍ້ມູນທົ່ວໄປ:

ເອ­ລີ­ຮູ ສືບຕໍ່ເວົ້າກັບໂຢບ.

ເມື່ອ​ພຣະ­ອົງ​ຊົງງຽບ, ໃຜ​ສາມາດຕຳຫນິພຣະອົງໄດ້ຫລື? ຖ້າ​ພຣະ­ອົງ​ຊົງ​ເຊື່ອງ​ພຣະ­ພັກ​ຂອງ​ພຣະ­ອົງ, ໃຜ​ສາມາດເຂົ້າໃຈພຣະອົງໄດ້ຫລື?

ຄຳຖາມສອງຂໍ້ນີ້ເວົ້າເຖິງພຣະເຈົ້າ ທີ່ບໍ່ໄດ້ລົງໂທດຄົນຊົ່ວຄືກັບວ່າພຣະອົງກຳລັງງຽບ ແລະປິດບັງພຣະພັກຂອງພຮະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເມື່ອ​ພຣະ­ອົງ​ຊົງງຽບ, ໃຜ​ສາມາດຕຳຫນິພຣະອົງໄດ້ຫລື?

ເອ­ລີ­ຮູ ໃຊ້ຄຳຖາມນີ້ເພື່ອສອນໂຢບ. ຄຳຖາມນີ້ສາມາດຂຽນເປັນຄຳຖະແຫລງການ. ອາດຈະແປໄດ້ອີກວ່າ: "ບໍ່ມີໃຜສາມາດວິພາກວິຈານພຣະເຈົ້າໄດ້ຖ້າພຣະອົງຕັດສິນໃຈທີ່ຈະມິດງຽບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຖ້າ​ພຣະ­ອົງ​ຊົງ​ເຊື່ອງ​ພຣະ­ພັກ​ຂອງ​ພຣະ­ອົງ, ໃຜ​ສາມາດເຂົ້າໃຈພຣະອົງໄດ້ຫລື?

ເອ­ລີ­ຮູ ໃຊ້ຄຳຖາມນີ້ເພື່ອສອນໂຢບ. ຄຳຖາມນີ້ສາມາດຂຽນເປັນຄຳະຖແຫລງການ. ອາດຈະແປໄດ້ອີກວ່າ: "ບໍ່ມີໃຜສາມາດໄປ ແລະເບິ່ງພຣະອົງຖ້າພຣະອົງຕັດສິນໃຈເຊື່ອງພຣະພັກຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພຣະ­ພັກ​ຂອງ​ພຣະ­ອົງ

ໃນນີ້ພຣະເຈົ້າໄດ້ສະແດງໂດຍ“ ຫນ້າ” ຂອງພຣະອົງ. ອາດຈະແປໄດ້ອີກວ່າ: "ຕົວເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ບໍ່ມີໃຜທີ່ເຮັດໃຫ້ຜູ້ຄົນຕິດກັບດັກ

ສິ່ງນີ້ປຽບທຽບກັບຜູ້ປົກຄອງທີ່ບໍ່ມີພຣະເຈົ້າ ຊຶ່ງເຮັດອັນຕະລາຍຕໍ່ຜູ້ຄົນຄືກັບວ່າລາວໄດ້ລ່າສັດດັກຈັບພວກເຂົາ. ອາດຈະແປໄດ້ອີກວ່າ: "ບໍ່ມີໃຜ ທຳຮ້າຍປະຊາຊົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)