lo_tn/job/34/13.md

3.4 KiB

ຂໍ້ມູນທົ່ວໄປ:

ເອ­ລີ­ຮູ ສືບຕໍ່ເວົ້າ.

ໃຜທີ່​ແຕ່ງ­ຕັ້ງ​ໃຫ້​ພຣະ­ອົງ​ເຫນືຶອແຜ່ນດິນ​ໂລກນີ້ຫລື​? ໃຜ​ທີ່ວາງ​ໂລກທັງຫມົດພາຍໃຕ້​ພຣະ­ອົງຫລື?

ທັງສອງ ຄຳຖາມເຊີງໂວຫານ ມີຄວາມຫມາຍດຽວກັນ ແລະເນັ້ນຫນັກວ່າບໍ່ມີໃຜຈຳເປັນຕ້ອງມອບສິດອຳນາດຂອງພຣະເຈົ້າ ເພາະວ່າມັນແມ່ນຂອງພຣະອົງແລ້ວ. ຄຳຖາມເຫລົ່ານີ້ສາມາດຂຽນເປັນຂໍ້ຄວາມ. ອາດຈະແປໄດ້ອີກວ່າ: "ບໍ່ມີໃຜຈຳເປັນຕ້ອງໄດ້ອະນຸຍາດໃຫ້ພຣະເຈົ້າຮັບຜິດຊອບທົ່ວແຜ່ນດິນໂລກ.ພຣະອົງແມ່ນຜູ້ທີ່ຖືກຕ້ອງທີ່ຈະປົກຄອງໂລກນີ້." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-rquestion]])

ຖ້າ​ພຣະ­ອົງຊົງ

ເອ­ລີ­ຮູ ກຳລັງບັນຍາຍສະຖານະການ ທີ່ລາວບໍ່ເຊື່ອວ່າຈະມີຫຍັງເກີດຂື້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)

ພຣະ​ວິນ­ຍານຂອງພຣະອົງກັບລົມຫາຍໃຈຂອງພຣະອົງ

"ພຣະວິນຍານ" ແລະ "ລົມຫາຍໃຈ" ຫລືພຣະເຈົ້າແມ່ນສິ່ງທີ່ເຮັດໃຫ້ສິ່ງມີຊີວິດທັງຫມົດມີຊີວິດຢູ່. ອາດຈະແປໄດ້ອີກວ່າ: "ວິນຍານ ແລະ ລົມຫາຍໃຈຂອງພຣະອົງທີ່ໃຫ້ຊີວິດພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເນື້ອ​ຫນັງ​ທັງ​ຫມົດ​

ໃນທີ່ນີ້ສິ່ງມີຊີວິດທັງຫມົດຖືກກ່າວເຖິງວ່າເປັນ“ ເນື້ອຫນັງທັງຫມົດ”. ອາດຈະແປໄດ້ອີກວ່າ: "ທຸກສິ່ງທີ່ມີຊີວິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ມວນ​ມະ­ນຸດ​ກໍ​ຈະ​ກັບ​ໄປ​ເປັນ​ຂີ້­ຝຸ່ນ​ດິນອີກຄັ້ງ

ນີ້ຫມາຍຄວາມວ່າຄົນທຸກຄົນຈະຕາຍ ແລະ ຮ່າງກາຍຂອງພວກເຂົາຈະເສື່ອມໂຊມ ແລະ ກາຍເປັນດິນ. ໃນຕອນຕົ້ນພຣະເຈົ້າສ້າງມະນຸດຈາກຂີ້ຝຸ່ນ. ອາດຈະແປໄດ້ອີກວ່າ: "ຮ່າງກາຍຂອງມະນຸດຈະກາຍເປັນດິນອີກໃນໄວໆນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)