lo_tn/job/34/10.md

3.3 KiB

ຂໍ້ມູນທົ່ວໄປ:

ເອ­ລີ­ຮູ ເວົ້າຕໍ່ໄປ. ແຕ່ລະຂໍ້ເຫລົ່ານີ້ປະກອບດ້ວຍວະລີຄູ່ຂະຫນານ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເຈົ້າ​ຜູ້​ມີ​ຄວາມ​ເຂົ້າ­ໃຈ

ເອ­ລີ­ຮູ ກຳລັງວິພາກວິຈານໂຢບ ແລະເພື່ອນຂອງລາວ. ລາວບໍ່ໄດ້ຄິດວ່າຕົວເອງສະຫລາດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-irony)

ກໍເປັນສິ່ງທີ່ຫ່າງໄກຈາກພຣະອົງ...ຫ່າງຈາກອົງ​ຜູ້​ຊົງມີ​ຣິດ​ທານຸພາບຈະຊົງເຮັດຄວາມບາບນັ້ນ

ສອງວະລີນີ້ມີຄວາມຫມາຍດຽວກັນ ແລະຖືກນຳໃຊ້ຮ່ວມກັນເພື່ອເນັ້ນຫນັກວ່າພຣະເຈົ້າຈະບໍ່ເຮັດຫຍັງຜິດ. ວະລີທີ່ວ່າ "ຫ່າງໄກຈາກ" ແມ່ນ ສຳນວນ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າຜູ້ມີຣິດທານຸພາບຈະບໍ່ພິຈາລະນາເຮັດສິ່ງທີ່ຊົ່ວ ຫລືຜິດ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-idiom]])

ເພາະ​ພຣະ­ອົງຊົງ​ຕອບສະຫນອງຕາມການ­ເຮັດ​ຂອງ​ມະ­ນຸດ

ນີ້ຫມາຍຄວາມວ່າພຣະອົງໃຫ້ສິ່ງທີ່ພຣະອົງສົມຄວນ ສຳລັບວຽກທີ່ພຣະອົງໄດ້ເຮັດ. ນີ້ “ວຽກ” ແມ່ນຄຳປຽບທຽບສຳລັບສິ່ງທີ່ຄົນເຮັດ. ອາດຈະແປໄດ້ອີກວ່າ: "ເພາະວ່າພຮະອົງໃຫ້ສິ່ງທີ່ພຣະອົງສົມຄວນທີ່ຈະຕອບແທນ ສຳລັບສິ່ງທີ່ພຣະອົງເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະ­ອົງ​ຊົງເຮັດ​ໃຫ້​ທູກເຄີຍໄດ້ຮັບ ລາງວັນແຫ່ງວິຖີທາງທັງຫລາຍຂອງລາວເອງ

ວະລີທີ່ວ່າ "ວິທີການຂອງຕົນເອງ" ແມ່ນສຳນວນວິທີການດຳລົງຊີວິດຂອງຄົນ. ເອ­ລີ­ຮູ ເນັ້ນຫນັກວ່າພຣະເຈົ້າປະທານສິ່ງທີ່ສົມຄວນໃຫ້ແກ່ຜູ້ຄົນ. ອາດຈະແປໄດ້ອີກວ່າ: "ພຣະອົງເຮັດໃຫ້ມະນຸດທຸກຄົນໄດ້ຮັບລາງວັນທີ່ລາວສົມຄວນໄດ້ຮັບໃນວິທີການດຳລົງຊີວິດຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)