lo_tn/job/33/25.md

4.1 KiB

ຂໍ້ມູນທົ່ວໄປ:

ເອ­ລີ­ຮູ ສືບຕໍ່ເວົ້າກັບໂຢບ.

ຫລັງຈາກ

ຄຳວ່າ "ຫລັງຈາກນັ້ນ" ແມ່ນຖືກນຳໃຊ້ຢູ່ນີ້ ເພື່ອຫມາຍເຖິງສິ່ງທີ່ຈະເກີດຂື້ນ ຖ້າພຣະເຈົ້າມອບການຮ້ອງຂໍຂອງເທວະດາ. ອາດຈະແປໄດ້ອີກວ່າ: "ຫລັງຈາກນັ້ນເປັນຜົນ" ຫລື "ເປັນຜົນມາຈາກການຮ້ອງຂໍຂອງເທວະດາຕໍ່ພຣະເຈົ້າ"

ເນື້ອ​ຫນັງ​ຂອງ​ລາວ​ຈະ​ສົດຊື່ນຂຶ້ນຍິ່ງກວ່າເດັກເນື້ອ​ຫນັງ​ເດັກ

ສິ່ງນີ້ເວົ້າເຖິງຜູ້ຊາຍທີ່ໄດ້ຮັບການຮັກສາ ແລະຮ່າງກາຍຂອງລາວແຂງແຮງອີກຄັ້ງ ຄືກັບວ່າຮ່າງກາຍຂອງລາວກາຍເປັນຄົນໃຫມ່ ຄືກັບຮ່າງກາຍຂອງເດັກນ້ອຍ. ອາດຈະແປໄດ້ອີກວ່າ: "ຮ່າງກາຍຂອງຜູ້ຊາຍທີ່ເຈັບປ່ວຍຈະກາຍເປັນຄົນໃຫມ່ ຄືກັບຮ່າງກາຍຂອງຄົນຫນຸ່ມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ສົດຊື່ນຂຶ້ນຍິ່ງກວ່າເດັກເນື້ອ​ຫນັງ​ເດັກ

ໃນການປຽບທຽບນີ້, ຄຳວ່າ "ສົດຊື່ນ" ແມ່ນຄຳທີ່ເວົ້າເກີນຈິງ. ອາດຈະແປໄດ້ອີກວ່າ: "ສົດໆຄ້າຍຄືກັບເດັກນ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ເດັກຄົນຫນຶ່ງ

ຄຳທີ່ຂາດຫາຍໄປອາດຈະຖືກເພີ່ມ. ອາດຈະແປໄດ້ອີກວ່າ: "ເນື້ອຫນັງ ຂອງເດັກນ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ລາວຈະຫັນ​ກັບ​ໄປ​ສູ່​ກຳ­ລັງ​ຄື​ຕອນ​ຍັງ​ຫນຸ່ມຂອງລາວ

ສິ່ງນີ້ເວົ້າກ່ຽວກັບຊາຍຄົນນັ້ນແຂງແຮງອີກຄັ້ງ ຄືກັບວ່າລາວໃນຕົວຈິງແລ້ວລາວຍັງຫນຸ່ມອີກ. ອາດຈະແປໄດ້ອີກວ່າ: "ລາວຈະແຂງແຮງອີກເທື່ອຫນຶ່ງ, ຄືກັບຕອນລາວຍັງຫນຸ່ມ" (ເບິ່ງເພີມເຕີມ: rc://*/ta/man/translate/figs-metaphor)

ລາວຈະເຫັນ­ພຣະ­ພັກ​ພຣະ­ອົງ​ດ້ວຍ​ຄວາມ​ຊື່ນຊົມ­ຍິນດີ

ນີ້ແມ່ນສຳນວນ. ອາດຈະແປໄດ້ອີກວ່າ: "ລາວນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພຣະ­ພັກ​ພຣະ­ອົງ​

ໃນນີ້ພຣະເຈົ້າໄດ້ສະແດງໂດຍ “ພຣະພັກ” ຂອງພຣະອົງ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ພຣະ­ເຈົ້າ​ຈະປຣະທານຊັຍຊະນະຂອງພຣະອົງໃຫ້ແກ່ຄົນນັ້

"ພຣະເຈົ້າຈະຊ່ວຍຊີວິດຄົນ" ຫລື "ພຣະເຈົ້າຈະແກ້ໄຂສິ່ງທີ່ຖືກຕ້ອງໃຫ້ກັບຄົນນັ້ນອີກ"