lo_tn/job/31/16.md

2.2 KiB

ຂໍ້ມູນທົ່ວໄປ:

ໂຢບເລີ່ມຕົ້ນອະທິບາຍສະຖານະການທີ່ລາວສົມຄວນໄດ້ຮັບການລົງໂທດຈາກພຣະເຈົ້າ (ອະທິບາຍໄວ້ໃນຂໍ້ 31: 22), ແຕ່ລາວຮູ້ວ່າມັນບໍ່ແມ່ນຄວາມຈິງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)

ຂ້ານ້ອຍໄດ້ເປັນເຫດໃຫ້ດວງຕາທັງຫລາຍຂອງແມ່­ຫມ້າຍ​ມົວລົງໄປຈາກການຮ້ອງໃຫ້

ຢູ່ທີ່ນີ້ “ທີ່ມືດມົວໆ” ຫມາຍເຖິງແມ່ຫມ້າຍທີ່ມີສາຍຕາບໍ່ດີຍ້ອນວ່າລາວຮ້ອງໄຫ້ຫລາຍປານໃດ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍໄດ້ເຮັດໃຫ້ແມ່ຫມ້າຍ ຄົນຫນ່ຶງຮ້ອງໄຫ້ດ້ວຍຄວາມເສົ້າສະຫລົດໃຈ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ອາຫານຂອງຂ້ານ້ອຍ

"ອາຫານຂອງຂ້ານ້ອຍ"

ຈາກວັຍຫນຸ່ມຂອງຂ້ານ້ອຍ​ລູກກຳພ້າໄດ້​ເຕີບໂຕຂຶ້ນພ້ອມກັບຂ້ານ້ອຍເຫມືອນກັບ ຂ້ານ້ອຍເປັນພໍ່ຂອງເຂົາ, ແລະ ຂ້ານ້ອຍໄດ້ຊີ້ນຳແມ່ຂອງເຂົາຄືຍິງຫມ້າຍຄົນຫນຶ່ງຈາກທ້ອງແມ່ຂອງຂ້ານ້ອຍເອງ

ໂຢບກຳລັງບັນຍາຍເຖິງວິທີທີ່ລາວປະຕິບັດຕໍ່ເດັກກຳພ້າ ແລະ ແມ່ຫມ້າຍແທ້ຈິງ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍໄດ້ດູແລເດັກກຳພ້າ ແລະ ແມ່ຫມ້າຍນັບຕັ້ງແຕ່ຂ້ານ້ອຍຍັງນ້ອຍ"