lo_tn/job/29/04.md

3.4 KiB

ໄດ້ເປັນໃນຄວາມສົມບູນແຫ່ງວັນທັງຫລາຍຂອງຂ້ານ້ອຍ

ໂຢບເວົ້າເຖິງຕອນທີ່ລາວຍັງຫນຸ່ມ ແລະແຂງແຮງຄືກັບວັນເວລາຂອງລາວໃນເວລາທີ່ການເກັບກ່ຽວສຸກແລ້ວ. ອາດຈະແປໄດ້ອີກວ່າ: "ຕອນຂ້ອຍຍັງຫນຸ່ມ ແລະແຂງແຮງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເມື່ອ​ສຳພັນທະພາບກັບພຣະເຈົ້າໄດ້ຢູ່ໃນເຕັນຂອງຂ້ານ້ອຍ

ຄຳນາມທີ່ບໍ່ມີຕົວຕົນ "ມິດຕະພາບ" ສາມາດສະແດງອອກດ້ວຍຄຳນາມ "ເພື່ອນ." ຄຳວ່າ "ເຕັນ" ຫມາຍເຖິງເຮືອນຂອງໂຢບ. ອາດຈະແປໄດ້ອີກວ່າ: "ເມື່ອພຣະເຈົ້າເປັນເພື່ອນຂອງຂ້ານ້ອຍ ແລະ ປົກປ້ອງເຮືອນຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-metonymy]])

ເມື່ອຫົນທາງຂອງຂ້ານ້ອຍໄດ້ຖືກປົກຄຸມໄວ້ດ້ວຍສ່ວນທີ່ດີທີ່ສຸດ

"ເມື່ອເສັ້ນທາງຂອງຂ້ານ້ອຍກຳລັງໄຫລດ້ວຍຄຣີມ." ໂຢບໃຊ້ຄຳເວົ້າເກີນຄວາມຈິງນີ້ເພື່ອສະແດງວ່າລາວມີງົວຫລາຍ ແລະພວກເຂົາກໍ່ຜະລິດຄຣີມຫລາຍກ່ວາທີ່ລາວ ແລະຄອບຄົວຂອງລາວຕ້ອງການ. ອາດຈະແປໄດ້ອີກວ່າ: "ເມື່ອງົວຂອງຂ້ານ້ອຍສະຫນອງຄຣີມທີ່ມີຄວາມອຸດົມສົມບູນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ແລະກ້ອນຫີນນັ້ນໄດ້ຫລັ່ງສາຍນໍ້າແຫ່ງ​​​ນ້ຳ­ມັນ​ອອກ​ໃຫ້ແກ່ຂ້ານ້ອຍ

"ແລະກ້ອນຫີນໄດ້ໄຫລອອກຈາກນໍ້າມັນສໍາລັບຂ້ານ້ອຍ." ໂຢບໃຊ້ ຄຳເວົ້າເກີນຄວາມຈິງນີ້ ເພື່ອສະແດງວ່າລາວມີເຄືອຫມາກກອກຫລາຍ ແລະ ມີນໍ້າມັນຫມາກກອກຫລາຍ. ກ້ອນຫີນແມ່ນບ່ອນທີ່ຜູ້ຮັບໃຊ້ຂອງລາວກົດນໍ້າມັນອອກຈາກຫມາກກອກ. ອາດຈະແປໄດ້ອີກວ່າ: "ເມື່ອຜູ້ຮັບໃຊ້ຂອງຂ້ອຍກົດນໍ້າມັນຫມາກກອກຈຳນວນຫລາຍ" ຫລື "ເມື່ອນໍ້າມັນໄຫລຄ້າຍຄືສາຍນໍ້າຈາກຫີນທີ່ກົດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-hyperbole]] ແລະ [[rc:///ta/man/translate/figs-metaphor]])