lo_tn/job/28/20.md

4.3 KiB

ແລ້ວສະຕິປັນຍາມາຈາກ​ໃສ? ສະຖານທີ່ຂອງ​ຄວາມ​ເຂົ້າ­ໃຈ​ຢູ່​ທີ່​ໃດຫລື?

ໂຢບໃຊ້ຄຳຖາມເຫລົ່ານີ້ເພື່ອແນະນຳ ວິທີທີ່ຄົນເຮົາມີສະຕິປັນຍາ ແລະຄວາມເຂົ້າໃຈ. ອາດຈະແປໄດ້ອີກວ່າ: "ຂ້ອຍຈະບອກເຈົ້າວ່າສະຕິປັນຍາມາຈາກໃສ ແລະຄວາມເຂົ້າໃຈແມ່ນມາຈາກໃສ?" ຫລື "ຂ້ອຍຈະບອກເຈົ້າວິທີທີ່ຈະສະຫລາດ ແລະວິທີການຮຽນຮູ້ທີ່ຈະເຂົ້າໃຈສິ່ງຕ່າງໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ແລ້ວສະຕິປັນຍາມາຈາກ​ໃສ?

ສະຕິປັນຍາຖືກເວົ້າເຖິງວ່າມັນຢູ່ໃນສະຖານທີ່ໃດຫນຶ່ງ ແລະມາສູ່ຄົນ. ການມາຂອງມັນເປັນຕົວແທນໃຫ້ຄົນເຮົາສະຫລາດ. ອາດຈະແປໄດ້ອີກວ່າ: "ຫລັງຈາກນັ້ນຜູ້ຄົນຈະໄດ້ຮັບສະຕິປັນຍາ" ຫລື "ຫລັງຈາກນັ້ນຄົນເຮົາຈະສະຫລາດໄດ້ແນວໃດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ສະຖານທີ່ຂອງ​ຄວາມ​ເຂົ້າ­ໃຈ​ຢູ່​ທີ່​ໃດຫລື?

ຄວາມເຂົ້າໃຈໄດ້ຖືກກ່າວເຖິງຄືກັບວ່າມັນຢູ່ໃນສະຖານທີ່. ອາດຈະແປໄດ້ອີກວ່າ: "ຄົນເຮົາເຂົ້າໃຈບ່ອນໃດ" ຫລື "ວິທີທີ່ຄົນຈະຮຽນຮູ້ທີ່ຈະເຂົ້າໃຈສິ່ງຕ່າງໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ສະຕິປັນຍານັ້ນ​ທີ່​ເຊື່ອງ​ພົ້ນ​ຈາກ​ດວງຕາທັງຫລາຍ​ຂອງ​ສິ່ງ​ທີ່​ມີ­ຊີ­ວິດທັງຫມົດ

ນີ້ສະແດງເຖິງສິ່ງມີຊີວິດທີ່ບໍ່ສາມາດເບິ່ງເຫັນປັນຍາໄດ້. ມັນສາມາດຖືກສະແດງອອກໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ບໍ່ມີສິ່ງທີ່ມີຊີວິດສາມາດເບິ່ງເຫັນສະຕິປັນຍາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ແລະ​ປິດ­ບັງ​ໄວ້​ຈາກບັນດາ​ນົກ​ແຫ່ງທ້ອງຟ້າ

ນີ້ສະແດງເຖິງນົກທີ່ບໍ່ສາມາດເບິ່ງເຫັນປັນຍາ. ສິ່ງນີ້ສາມາດສະແດງອອກໃນຮູບແບບການກະທຳຢູ່. ອາດຈະແປໄດ້ອີກວ່າ: "ແລະແມ່ນແຕ່ນົກທີ່ບິນໃນທ້ອງຟ້າກໍ່ບໍ່ສາມາດເບິ່ງເຫັນປັນຍາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ການທຳລາຍ ແລະຄວາມຕາຍເວົ້າວ່າ

ນີ້ແມ່ນ "ການທຳລາຍ" ແລະ "ຄວາມຕາຍ" ແມ່ນຄຳອຸປະກອນ ສຳລັບສະຖານທີ່ໆ ຄົນໄປຫາເມື່ອຄົນເຮົາຕາຍ. ພວກເຂົາຖືກເວົ້າເຖິງຄືກັບວ່າພວກເຂົາເປັນຄົນທີ່ສາມາດເວົ້າໄດ້. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-personification]])