lo_tn/job/28/03.md

2.5 KiB

ມະ­ນຸດຄົນຫນຶ່ງ​ກຳຫນົດຈຸດສິ້ນສຸດໃຫ້ກັບ​ຄວາມ​ມືດ

ນີ້ "ຊຸດ ແລະສິ້ນສຸດຄວາມມືດ" ຫມາຍເຖິງໃຫ້ເຫັນແສງສະຫວ່າງໃນຄວາມມືດ. ຜູ້ຄົນຈະໃຊ້ເປວໄຟ, ບໍ່ວ່າຈະຢູ່ໃນຕະກຽງ ຫລືໂຄມໄຟ. ອາດຈະແປໄດ້ອີກວ່າ: "ຜູ້ຊາຍເອົາໄຟເຂົ້າໄປໃນບ່ອນມືດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໄປ​ຍັງ​ເຂດຫ່າງ​ໄກ​ທີ່­ສຸດ

"ເຖິງພາກສ່ວນທີ່ໄກທີ່ສຸດຂອງບໍ່ແຮ່"

ໃນທີ່ລັບ...ໃນຄວາມມືດທືບ

ສອງວະລີນີ້ຖືກໃຊ້ຮ່ວມກັນເພື່ອເນັ້ນຫນັກວ່າ ຄວາມມືດແມ່ນມືດມົວທີ່ສຸດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ອຸໂມງ

ຂຸມເລິກທີ່ແຄບທີ່ຂຸດລົງສູ່ພື້ນດິນ ຫລືຫີນ. ຜູ້ຄົນລົງຂຸມເພື່ອຂຸດຄົ້ນມັນ.

ສະຖານທີ່ຕ່າງໆ ທີ່ຕີນຂອງຜູ້ຄົນຫລົງລືມ

ສະຖານທີ່ໆຄົນບໍ່ຍ່າງຈະເວົ້າເຖິງຄືກັບວ່າຕີນຂອງຜູ້ໃດຜູ້ຫນຶ່ງທີ່ອາດຈະຍ່າງຢູ່ບ່ອນນັ້ນດົນນານໄດ້ລືມສະຖານທີ່ດັ່ງກ່າວ. ອາດຈະແປໄດ້ອີກວ່າ: "ບ່ອນທີ່ບໍ່ມີໃຜຍ່າງໄປມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ລາວແຂວນເອົາໄວ້ໄກຈາກຜູ້ຄົນ

ວິທີການ ແລະ ບ່ອນທີ່ລາວແຂວນສາມາດຖືກລະບຸຢ່າງຊັດເຈນ. ອາດຈະແປໄດ້ອີກວ່າ: "ຢູ່ໄກຈາກຜູ້ຄົນ, ລາວແຂວນຈາກເຊືອກຢູ່ໃນເພົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)