lo_tn/job/24/24.md

3.9 KiB

ປະໂຫຍກເຊື່ອມຕໍ່:

ນີ້ເປັນການສະຫລຸບຄຳເວົ້າຂອງໂຢບ.

ພວກເຂົາຈະຖືກນຳລົງໄປທີ່ຕໍ່າ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າຈະເຮັດໃຫ້ພວກເຂົາຕໍ່າ" ຫລື "ພຣະເຈົ້າຈະທໍາລາຍພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພວກ­ເຂົາຈະ​ຖືກ​ຮວບຮວມເຫມືອນກັບຄົນອຶ່ນໆ ທັງຫມົດ

ການແປບາງສະບັບແມ່ນອີງໃສ່ເນື້ອໃນຕົ້ນສະບັບທີ່ແຕກຕ່າງກັນ, ຊຶ່ງເວົ້າວ່າ "ພວກມັນຫ່ຽວແຫ້ງ ແລະຫລົ່ນລົງເຊັ່ນຫຍ້າ." (ເບິ່ງເພີ່ມເຕີມ rc://*/ta/man/translate/translate-textvariants)

ພວກ­ເຂົາຈະ​ຖືກ​ຮວບຮວມເຫມືອນກັບຄົນອຶ່ນໆ ທັງຫມົດ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ສິ່ງທີ່ "ຄົນອື່ນ" ຫມາຍເຖິງສາມາດຖືກກ່າວຢ່າງຈະແຈ້ງ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າຈະລວບລວມພວກເຂົາໃນຂະນະທີ່ພຣະອົງລວບລວມຄົນຊົ່ວອື່ນໆ" ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-explicit]])

ພວກເຂົາຈະຖືກຕັດ​ອອກໄປ​ເຫມືອນ​ກັບ​ຮວງ​ເຂົ້າ

ຄົນຊົ່ວຮ້າຍເຫລົ່ານີ້ຈະຖືກຕັດອອກໃນແບບດຽວກັນກັບຮວງຂອງເມັດພືດໃນລະຫວ່າງການເກັບກ່ຽວ. ນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າຈະຕັດພວກມັນອອກຄືກັບຊາວນາຕັດຮວງເຂົ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-activepassive]])

ຖ້າຫາກມັນບໍ່ເປັນເຊັ່ນນັ້ນແລ້ວ, ໃຜທີ່ສາມາດ​ຈະ​ພິ­ສູດ​ໄດ້​ວ່າ​ ຂ້ານ້ອຍ​ຂີ້­ຕົວະ; ໃຜທີ່ສາມາດ​ເຮັດໃຫ້ຄຳເວົ້າຂອງຂ້ານ້ອຍບໍ່­ມີ​ປະ­ໂຫຍດ?

ໂຢບໃຊ້ ຄຳຖາມນີ້ເພື່ອສະແດງຄວາມແນ່ນອນຂອງການໂຕ້ຖຽງຂອງລາວ. ຄຳຕອບທີ່ສົມເຫດສົມຜົນແມ່ນ: "ບໍ່ມີໃຜ." ອາດຈະແປໄດ້ອີກວ່າ: "ນີ້ແມ່ນຄວາມຈິງ, ແລະບໍ່ມີໃຜສາມາດພິສູດວ່າຂ້ານ້ອຍເປັນຄົນຕົວະ; ບໍ່ມີໃຜສາມາດພິສູດວ່າຂ້ານ້ອຍຜິດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

​ເຮັດໃຫ້ຄຳເວົ້າຂອງຂ້ານ້ອຍບໍ່­ມີ​ປະ­ໂຫຍດ

"ພິສູດສິ່ງທີ່ຂ້ານ້ອຍເວົ້າແມ່ນຜິດ"