lo_tn/job/24/13.md

2.9 KiB

ຂໍ້ມູນເຊື່ອມຕໍ່:

ໂຢບສືບຕໍ່ເວົ້າ.

ຄົນກະ­ບົດ​ຕໍ່​ຄວາມ​ສະ­ຫວ່າງ

ຄວາມຫມາຍທີ່ເປັນໄປໄດ້ຂອງ "ແສງສະຫວ່າງ" ແມ່ນ 1) ແສງສະຫວ່າງທີ່ເບິ່ງເຫັນ ຫລື 2) ແສງສະຫວ່າງທາງວິນຍານ, ຊຶ່ງຫມາຍເຖິງພຣະເຈົ້າ ຫລື ດຳເນີນຊີວິດຢ່າງຊອບທຳ. ອາດຈະແປໄດ້ອີກວ່າ: "ກຽດຊັງເວລາກາງເວັນ" ຫລື "ບໍ່ຢາກເຮັດສິ່ງຕ່າງໆຢ່າງເປີດເຜີຍ" ຫລື "ພວກເຂົາກະບົດຕໍ່ພຣະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາບໍ່ຮູ້ທາງຂອງມັນ, ຫລືພວກເຂົາບໍ່ຢູ່ໃນ​ທາງ​ຂອງ​ຄວາມ​ສະ​ຫວ່າງ­ນັ້ນ

ສອງປະໂຫຍກນີ້ອະທິບາຍສິ່ງດຽວກັນ, ແລະຖືກນຳໃຊ້ຮ່ວມກັນເພື່ອເນັ້ນຫນັກວ່າ ພວກເຂົາບໍ່ຕ້ອງການທີ່ຈະເດີນຕາມທາງຂອງແສງ ອາດຈະແປໄດ້ອີກວ່າ: "ພວກເຂົາບໍ່ຮູ້ວິທີທີ່ຈະດຳເນີນຊີວິດທີ່ມີສິນທຳ; ພວກເຂົາຢູ່ໄກຈາກການດຳລົງຊີວິດທີ່ຊອບທຳ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-parallelism]])

ຄົນຍາກ­ຈົນ ແລະ​ຄົນ​ຂັດ​ສົນ

ຄຳວ່າ "ທຸກຍາກ" ແລະ "ຄົນຂັດສົນ" ຫມາຍເຖິງກຸ່ມຄົນກຸ່ມດຽວກັນແລະເນັ້ນຫນັກວ່າ ພວກນີ້ແມ່ນຄົນທີ່ບໍ່ສາມາດຊ່ວຍຕົນເອງໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ເຂົາເປັນ​ເຫມືອນຄົນ­ຂີ້­ລັກ

ຄາດຕະກອນຂ້າຄົນແບບລັບໆຄືກັນກັບໂຈນລັກໂດຍບໍ່ມີໃຜເຫັນສິ່ງທີ່ເຂົາເຮັດ. ອາດຈະແປໄດ້ອີກວ່າ: "ເຂົາຂ້າປະຊາຊົນຢ່າງລັບໆ, ຄືກັບໂຈນທີ່ລັກເຂົ້າມາແບບລັບໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)