lo_tn/job/24/05.md

2.5 KiB

ຂໍ້ມູນເຊື່ອມຕໍ່:

ໂຢບສືບຕໍ່ເວົ້າ.

ຄົນຍາກຈົນເຫລົ່ານີ້ອອກໄປເຮັດວຽກຂອງພວກເຂົາເຫມືອນກັບພວກ​ລວາ​ປ່າ​ຢູ່­ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ, ຊອກຫາອາຫານຢ່າງຖີ່ຖ້ວນ

ຄົນທຸກຍາກເຫລົ່ານີ້ຖືກເວົ້າເຖິງຄືກັບວ່າພວກເຂົາເປັນລາປ່າທີ່ບໍ່ຮູ້ບ່ອນທີ່ພວກເຂົາຈະຊອກຫາອາຫານ. ອາດຈະແປໄດ້ອີກວ່າ: "ປະຊາຊົນຜູ້ທຸກຍາກເຫລົ່ານີ້ອອກໄປຊອກຫາອາຫານຄືກັບວ່າພວກເຂົາເປັນລາ ປ່າໃນຖິ່ນແຫ້ງແລ້ງກັນດານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພວກ​ລາປ່າ

"​ລາປ່າທີ່ບໍ່ມີໃຜເປັນເຈົ້າຂອງ ຫລືໃສ່ໃຈ"

ຄົນຍາກຈົນເກັບກ່ຽວໃນເວລາກາງຄືນ...ພວກ­ເຂົາຮວບຮວມຜົນອະງຸ່ນ

ສອງປະໂຫຍກນີ້ອະທິບາຍສິ່ງດຽວກັນ ແລະຖືກນຳໃຊ້ຮ່ວມກັນ ເພື່ອເນັ້ນຫນັກວ່າຄົນເຫລົ່ານີ້ມີຄວາມຫິວໂຫຍຈົນພວກເຂົາຖືກບັງຄັບລັກເຂົ້າອາຫານໃນຕອນກາງຄືນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພວກ­ເຂົານອນ​ເປືອຍ​ກາຍ...ພວກເຂົາບໍ່­ມີ​ຜ້າ­ຫົ່ມ​ກັນຄວາມ​ຫນາວ

ທັງສອງປະໂຫຍກນີ້ອະທິບາຍສິ່ງດຽວກັນ ແລະຖືກນຳ ໃຊ້ຮ່ວມກັນເພື່ອເນັ້ນຫນັກວ່າຄົນເຫລົ່ານີ້ບໍ່ມີເຄື່ອງນຸ່ງພຽງພໍທີ່ຈະຮັກສາຄວາມອົບອຸ່ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)