lo_tn/job/24/01.md

2.3 KiB

ຂໍ້ມູນເຊື່ອມຕໍ່:

ໂຢບສືບຕໍ່ເວົ້າ.

ເປັນ­ຫຍັງເວລາທັງຫລາຍເພື່ອການຕັດສິນຄົນຊົ່ວຮ້າຍ ຈຶ່ງບໍ່ຕັ້ງໂດຍອົງຜູ້ຊົງຣິດຫລື?

ໂຢບໃຊ້ຄຳຖາມນີ້ເພື່ອສະແດງຄວາມເສຍໃຈຂອງລາວທີ່ວ່າພຣະເຈົ້າບໍ່ໄດ້ຕັດສິນຄວາມຊົ່ວ. ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳຢູ່. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍບໍ່ເຂົ້າໃຈວ່າເປັນຫຍັງພຣະເຈົ້າບໍ່ກຳນົດເວລາທີ່ພຣະອົງຈະຕັດສິນຄົນຊົ່ວ." ຫລື "ຜູ້ມີອຳນາດຍິ່ງໃຫຍ່ຄວນກຳນົດເວລາທີ່ທ່ານຈະຕັດສິນຄົນຊົ່ວ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-activepassive]])

ເປັນຫຍັງຄົນເຫລົ່ານັ້ນທີ່ບໍ່ມີຄວາມຊື່ສັດຕໍ່ພຣະອົງຈຶ່ງບໍ່ໄດ້ເຫັນ​ວັນແຫ່ງການພິພາກສາທັງຫລາຍຂອງ​ພຣະ­ອົງມາເຖິງຫລື?

ໂຢບໃຊ້ຄຳຖາມນີ້ເພື່ອສະແດງຄວາມເສຍໃຈຂອງລາວທີ່ຄົນຊອບທຳບໍ່ໄດ້ເຫັນພຣະເຈົ້າຕັດສິນຄວາມຊົ່ວ. ອາດຈະແປໄດ້ອີກວ່າ: "ມັນເບິ່ງຄືວ່າຜູ້ທີ່ເຊື່ອຟັງພຣະອົງບໍ່ເຄີຍເຫັນພຣະອົງຕັດສິນຄົນຊົ່ວ." ຫລື "ພຣະເຈົ້າຄວນສະແດງມື້ທີ່ພຣະອົງຈະຕັດສິນຄົນຊົ່ວໃຫ້ຜູ້ທີ່ຮູ້ຈັກພຣະອົງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)