lo_tn/job/23/13.md

1.9 KiB

ປະໂຫຍກເຊື່ອມຕໍ່:

ໂຢບສືບຕໍ່ເວົ້າ.

ແຕ່​ພຣະ­ອົງຄືຜູ້ຫນຶ່ງທີ່ຊົງເມດຕາ, ໃຜສາມາດເຮັດໃຫ້ພຣະອົງຫັນກັບໄດ້ຫລື?

ໂຢບໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າພຣະເຈົ້າມີເອກະລັກສະເພາະ. ອາດຈະແປໄດ້ອີກວ່າ: "ແຕ່ບໍ່ມີໃຜຄືພຣະອົງ ແລະບໍ່ມີໃຜສາມາດເຮັດໃຫ້ພຣະອົງປ່ຽນໃຈໄດ້." ຫລື "ແຕ່ວ່າພຣະອົງດຽວແມ່ນພຣະເຈົ້າ, ແລະບໍ່ມີໃຜສາມາດມີອິດທິພົນພຣະອົງໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພຣະ­ອົງ​ມີ​ພຣະ­ປະ­ສົງ​ສິ່ງ­ໃດ, ພຣະ­ອົງ​ກໍ­ໄດ້​ກະ­ທຳ​ສິ່ງ​ນັ້ນ

"ພຣະອົງສຳເລັດສິ່ງທີ່ພຣະອົງຕ້ອງການເຮັດ"

ພຣະ­ອົງຊົງ​ຈະ​ໄດ້​ເຮັດ​ສິ່ງ​ທີ່​ພຣະ­ອົງ​ໄດ້​ກຳ­ນົດທີ່ຕໍ່ຕ້ານ​ຂ້ານ້ອຍ​ນັ້ນ​ຄົບ­ຖ້ວນ

"ພຣະອົງກຳລັງເຮັດກັບຂ້ານ້ອຍສິ່ງທີ່ພຣະອົງເວົ້າວ່າພຣະອົງຈະເຮັດ"

ມີອີກຫລາຍຢ່າງເປັນເຫມືອນສິ່ງເຫລົ່ານັ້ນ

"ພຣະອົງມີແຜນການທີ່ຄ້າຍຄືກັນຫລາຍຢ່າງສຳລັບຂ້ານ້ອຍ"