lo_tn/job/23/10.md

4.6 KiB

ປະໂຫຍກເຊື່ອມຕໍ່:

ໂຢບສືບຕໍ່ເວົ້າ.

ພຣະ­ອົງຊົງ​ໄດ້​ຮູ້​ຫົນທາງ​ທີ່​ຂ້ານ້ອຍ​ໄປ

ການກະທຳຂອງໂຢບຖືກກ່າວຄືກັບວ່າເປັນເສັ້ນທາງທີ່ລາວຍ່າງໄປ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າຮູ້ສິ່ງທີ່ຂ້ານ້ອຍເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂ້ານ້ອຍກໍ​ຈະອອກມາ​ເປັນ​ເຫມືອນ​ຄຳ

ໂຢບເຊື່ອວ່າການທົດສອບຈະພິສູດວ່າ ລາວມີຄວາມບໍລິສຸດຄືກັບຄຳທີ່ຫລອມໂລຫະ. ອາດຈະແປໄດ້ອີກວ່າ: "ພຣອົງຈະເຫັນວ່າຂ້ານ້ອຍມີຄວາມບໍລິສຸດຄືກັບຄຳທີ່ມີຄວາມບໍລິສຸດທີ່ຖືກເຜົາໄຫມ້ທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຕີນ​ຂອງ​ຂ້ານ້ອຍ​ຢຶດຫມັ້ນໃນບາດກ້າວທັງຫລາຍຂອງຕິດ​ຮອຍ​ຕີນຂອງ​ພຣະ­ອົງ

ນີ້ແມ່ນ "ຕີນຂອງຂ້ອຍ" ຫມາຍເຖິງໂຢບ ອາດຈະແປໄດ້ອີກວ່າ: "ຂ້ານ້ອຍໄດ້ເດີນຕາມເສັ້ນທາງທີ່ພຣະອົງໄດ້ສະແດງໃຫ້ຂ້ານ້ອຍເຫັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຂ້ານ້ອຍໄດ້ຮັກສາວິທີທາງຂອງພຣະອົງ

ການເຊື່ອຟັງຂອງໂຢບແມ່ນເວົ້າເຖິງຄືກັບວ່າລາວກຳລັງເດີນໄປໃນເສັ້ນທາງທີ່ພຣະເຈົ້າໄດ້ສະແດງໃຫ້ລາວເຫັນ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍໄດ້ເຮັດສິ່ງທີ່ພຣະອົງບອກຂ້ານ້ອຍໃຫ້ເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບໍ່­ໄດ້​ຫັນ​ໄປ​ທາງ­ຂ້າງ​ເລີຍ

ນີ້ສາມາດຖືກລະບຸໄວ້ໃນຮູບແບບໃນທາງບວກ. ອາດຈະແປໄດ້ອີກວ່າ: "ຕິດຕາມມັນຢ່າງແນ່ນອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ຂ້ານ້ອຍ​ບໍ່­ໄດ້​ຫນີ​ໄປ​ຈາກ​

ນີ້ສາມາດຖືກລະບຸໄວ້ໃນຮູບແບບໃນທາງບວກ. ອາດຈະແປໄດ້ອີກວ່າ: "ເຊື່ອຟັງສິ່ງທີ່ພຣະອົງໄດ້ສັ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ແຫ່ງ​ຮິມ​ພຣະ­ໂອດ​ຂອງ​ພຣະ­ອົງ

ວະລີນີ້ຫມາຍເຖິງຂໍ້ຄວາມທີ່ພຣະເຈົ້າກ່າວ. ອາດຈະແປໄດ້ອີກວ່າ: "ທີ່ພຣະອົງເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂ້ານ້ອຍເກັບໄວ້ໃນຫົວໃຈຂອງຂ້ານ້ອຍ

ທີ່ນີ້ “ຫົວໃຈຂອງຂ້ານ້ອຍ” ຫມາຍເຖິງຄວາມເປັນຢູ່ພາຍໃນຂອງໂຢບ. ອາດຈະແປໄດ້ອີກວ່າ: ຂ້ານ້ອຍໄດ້ເກັບຮັກສາຢູ່ໃນພາຍໃນຂອງຂ້ານ້ອຍ "ຫລື" ຂ້ານ້ອຍຄິດຢູ່ສະເຫມີ "(ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ບັນດາ​ພຣະ­ທັມ​ແຫ່ງ​ພຣະ­ໂອດ​ຂອງ​ພຣະ­ອົງ

ນີ້ຫມາຍເຖິງຖ້ອຍຄຳຂອງພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ສິ່ງທີ່ພຣະອົງກ່າວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)