lo_tn/job/23/01.md

2.1 KiB

ເຖິງແມ່ນຄຳ​ຮ້ອງ­ທຸກ​ຂອງ​ຂ້ານ້ອຍ ເປັນຄວາມຂົມ­ຂື່ນ​

ຕໍ່ໄປນີ້ “ແມ້ແຕ່ມື້ນີ້” ເນັ້ນຫນັກວ່າການໂຕ້ຖຽງຂອງເພື່ອນລາວບໍ່ໄດ້ປ່ຽນແປງສະພາບການຂອງໂຢບເລີຍ. ອາດຈະແປໄດ້ອີກວ່າ: "ເຖິງວ່າເຈົ້າຈະເວົ້າຫຍັງ, ຄຳຮ້ອງທຸກຂອງຂ້ອຍກໍ່ຍັງຂົມຂື່ນຢູ່"

ຄຳ​ຮ້ອງ­ທຸກ​ຂອງ​ຂ້ານ້ອຍ ເປັນຄວາມຂົມ­ຂື່ນ​

ໂຢບເວົ້າເຖິງຄຳຮ້ອງທຸກທີ່ບໍ່ມີຄຳຕອບຕໍ່ພຣະເຈົ້າ ຄືກັບວ່າມັນເປັນລົດຂົມໃນປາກຂອງລາວ. ອາດຈະແປໄດ້ອີກວ່າ: "ຄຳຮ້ອງທຸກທີ່ບໍ່ມີຄຳ ຕອບຂອງຂ້ານ້ອຍ ແມ່ນບໍ່ດີເທົ່າກັບອາຫານຂົມໃນປາກຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ມືຂອງຂ້ານ້ອຍຫນັກເພາະການຮ້ອງຄວນ​ຄາງ​ຂອງ​ຂ້ານ້ອຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຂ້ານ້ອຍບໍ່ສາມາດຍົກມືຂື້ນໄດ້ເພາະຄວາມທຸກທໍລະມານຂອງຂ້ານ້ອຍ" ຫລື 2) "ມືຂອງພຣະອົງຍັງສືບຕໍ່ເຮັດໃຫ້ຂ້ານ້ອຍເຈັບປວດເຖິງແມ່ນວ່າຂ້ານ້ອຍຈະຮ້ອງຄາງໆ" ບ່ອນທີ່ "ມື" ຫມາຍເຖິງອຳນາດຂອງພຣະເຈົ້າທີ່ຈະລົງໂທດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)