lo_tn/job/22/01.md

2.5 KiB

​ເອ­ລີ­ຟັດ​ຊາວ​ເຕ­ມານ

ຊື່ຂອງຊາຍຄົນນີ້ແປຄືກັບໃນຂໍ້ 2:11. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຄົນສາມາດເປັນ​ປະ­ໂຫຍດ​ຕໍ່​ພຣະ­ເຈົ້າ​ໄດ້​ບໍ? ຄົນ​ສະ­ຫລາດ​ຄົນຫນຶ່ງສາມາດ​ເປັນ​ປະ­ໂຫຍດຕໍ່ພຣະອົງໄດ້ບໍ?

ເອລີຟັດໃຊ້ຄຳຖາມເພື່ອເນັ້ນຫນັກວ່າການກະທຳ ຫລື ສະຕິປັນຍາຂອງຄົນເຮົາບໍ່ໄດ້ຮັບຜົນປະໂຫຍດຕໍ່ພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ຄົນບໍ່ສາມາດເປັນປະໂຫຍດຕໍ່ພຣະເຈົ້າ. ຜູ້ທີ່ມີປັນຍາບໍ່ສາມາດເປັນປະໂຫຍດຕໍ່ພຣະອົງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ການທີ່ເຈົ້າເປັນຄົນຊອບທັມນັ້ນສ້າງຄວາມພໍພຣະທັຍຢ່າງໃດໃຫ້ກັບອົງຜູ້ຊົງຣິດທານຸພາບຫລື? ການທິ່ເຈົ້າເຮັດໃຫ້ວິທີທາງຂອງເຈົ້າບໍ່ມີທາງດີນັ້ນ ເຮັດໃຫ້ພຣະອົງໄດ້ຮັບອັນໃດ?

ທັງສອງຂໍ້ຄວາມກ່າວນີ້ຫມາຍເຖິງສິ່ງດຽວກັນ. ເອລີຟັດໃຊ້ຄຳຖາມເພື່ອເນັ້ນຫນັກວ່າການກະທຳຂອງໂຢບ ບໍ່ໄດ້ຊ່ວຍພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່ຈະບໍ່ໄດ້ຮັບຄວາມພິ່ງພໍໃຈເລີຍ ຖ້າວ່າເຈົ້າເປັນຄົນຊອບທຳ. ພຣະອົງບໍ່ໄດ້ຮັບຫຍັງເລີຍ້ານເຈົ້າເຮັດແນວທາງຂອງເຈົ້າໂດຍບໍ່ມີຄວາມຜິດ. " (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-rquestion]])