lo_tn/job/21/22.md

3.9 KiB

ຂໍ້ມູນເຊື່ອມຕໍ່:

ໂຢບສືບຕໍ່ເວົ້າກັບເພື່ອນຂອງລາວ.

ມີ​ຜູ້­ໃດສາມາດສອນ­ຄວາມ​ຮູ້​ໃຫ້​ກັບພຣະ­ເຈົ້າ​ເນື່ອງຈາກ ພຣະ­ອົງ​ຊົງ​ພິ­ພາກ­ສາ​ ແມ້ແຕ່ຄົນເຫລົ່ານັ້ນທີ່ຢູ່ສູງ?

ໂຢບຖາມຄໍາຖາມນີ້ເພື່ອເນັ້ນຫນັກວ່າພຣະເຈົ້າຮູ້ທຸກສິ່ງຢ່າງ. ອາດຈະແປໄດ້ອີກວ່າ: "ແນ່ນອນ, ບໍ່ມີໃຜສາມາດສອນຫຍັງກັບພຣະເຈົ້າໄດ້ເພາະວ່າພຣະອົງຕັດສິນຜູ້ທີ່ຢູ່ໃນສະຫວັນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຄົນເຫລົ່ານັ້ນທີ່ຢູ່ສູງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຜູ້ທີ່ຢູ່ໃນສະຫວັນ"ຫລື 2) "ຄົນທີ່ມີ ອຳນາດ."

ຊາຍຄົນ​ຫນຶ່ງ​ຕາຍ ໃນຂະນະທີ່ກຳລັງຂອງລາວ​ແຂງ­ແຮງເຕັມທີ່

ໂຢບກົງກັນຂ້າມກັບຜູ້ຊາຍຄົນນີ້ທີ່ເສຍຊີວິດໃນສຸຂະພາບ ແລະຄວາມສະຫງົບສຸກກັບຜູ້ຊາຍທີ່ເສຍຊີວິດໃນຄວາມໂສກເສົ້າແລະຄວາມເຈັບປວດໃນຂໍ້ 21:25. ທ່ານສາມາດເຮັດໃຫ້ມີຄວາມຊັດເຈນ. ອາດຈະແປໄດ້ອີກວ່າ: "ຖ້າມີຜູ້ຊາຍສອງຄົນ, ຄົນຫນຶ່ງອາດຈະຕາຍດ້ວຍກຳລັງແຮງຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຮ່າງ­ກາຍ​ຂອງ​ລາວເຕັມ​ໄປ​ດ້ວຍ​ນ້ຳ​ນົມ

ທັງສອງຢ່າງນີ້ຫມາຍຄວາມວ່າຄົນເຮົາມີສຸຂະພາບແຂງແຮງດີ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຮ່າງ­ກາຍ​ຂອງ​ລາວເຕັມ​ໄປ​ດ້ວຍ​ນ້ຳ​ນົມ ...​ໄຂໃນກະ­ດູກ​ຂອງ​ລາວກໍ​ຊຸ່ມ ແລະມີສຸຂະພາບດີ

ທັງສອງວະລີນີ້ຫມາຍຄວາມວ່າຄົນເຮົາມີສຸຂະພາບແຂງແຮງດີ. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-parallelism)

ຮ່າງ­ກາຍ​ຂອງ​ລາວເຕັມ​ໄປ​ດ້ວຍ​ນ້ຳ​ນົມ

ຄຳວ່າ "ນົມ" ອາດຈະຫມຄວາມວ່າ "ໄຂມັນ." ການສະແດງອອກຢ່າງໃດຢ່າງຫນຶ່ງຫມາຍຄວາມວ່າ ລາວໄດ້ຮັບອາຫານທີ່ດີ. ອາດຈະແປໄດ້ອີກວ່າ: "ຮ່າງກາຍຂອງລາວຖ້າເຕັມໄປດ້ວຍໄຂມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໄຂໃນກະ­ດູກ​ຂອງ​ລາວກໍ​ຊຸ່ມ ແລະມີສຸຂະພາບດີ.

ສຳນວນນີ້ຫມາຍຄວາມວ່າຮ່າງກາຍຂອງລາວແມ່ນໄວຫນຸ່ມ ແລະສຸຂະພາບດີ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)