lo_tn/job/21/16.md

4.9 KiB

ຂໍ້ມູນເຊື່ອມຕໍ່:

ໂຢບສືບຕໍ່ເວົ້າກັບເພື່ອນຂອງລາວ.

ເບິ່ງ​ແມ, ບໍ່ແມ່ນຄວາມ​ຮຸ່ງເຮືອງຂອງ​ພວກ­ເຂົາທີ່ຢູ່ໃນ​​ກຳ­ມື​ຂອງ​ພວກ­ເຂົາບໍ?

ນີ້ "ມື" ຫມາຍເຖິງອຳນາດ ຫລື ການຄວບຄຸມຂອງພວກເຂົາ. ໂຢບໃຊ້ ຄຳຖາມນີ້ເພື່ອທ້າທາຍເພື່ອນຂອງລາວ. ອາດຈະແປໄດ້ອີກວ່າ: "ເບິ່ງ, ຄົນຊົ່ວຮ້າຍເຫລົ່ານີ້ອ້າງວ່າພວກເຂົາເຮັດໃຫ້ຕົວເອງມີຄວາມຮຸ່ງເຮືອງ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-rquestion]])

ຫລາຍ​ເທື່ອ​ເທົ່າ­ໃດ...ຄວາມ​ຍາກ​ລຳ­ບາກ​ມາ​ເຖິງ​ພວກ­ເຂົາ​?

ໂຢບໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າມັນເບິ່ງຄືວ່າສຳລັບລາວວ່າ ພຣະເຈົ້າບໍ່ໄດ້ລົງໂທດຄົນຊົ່ວເລື້ອຍໆ. ອາດຈະແປໄດ້ອີກວ່າ: "ມັນບໍ່ແມ່ນເລື້ອຍໆປານໃດ ... ໄພພິບັດຂອງພວກເຂົາເກີດຂື້ນກັບພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຕະ­ກຽງ​ຂອງ​ຄົນ​ຊົ່ວ​ດັບ​ມອດ

ໂຢບປຽບທຽບການຈູດຕະກຽງທີ່ດັບກັບຄົນທີ່ກຳລັງຈະຕາຍ. ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳຢູ່. ອາດຈະແປໄດ້ອີກວ່າ: "ທີ່ພຣະເຈົ້າເຮັດໃຫ້ພວກເຂົາຕາຍຢ່າງກະທັນຫັນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ຕະ­ກຽງ​ຂອງ​ຄົນ​ຊົ່ວ​

ໂຢບປຽບທຽບຊີວິດຂອງຄົນຊົ່ວກັບຕະກຽງທີ່ກຳລັງລຸກໄຫມ້ຢູ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລາຍ​ເທື່ອ​ເທົ່າ­ໃດທີ່ມັນເກີດຂຶ້ນ...ດ້ວຍ​ພຣະ­ພິ­ໂຣດ​ຂອງ​ພຣະ­ອົງ​?

ໂຢບໃຊ້ຄຳຖາມທີສອງນີ້ເພື່ອເນັ້ນຫນັກວ່າມັນເບິ່ງຄືວ່າສຳລັບລາວວ່າພຣະເຈົ້າບໍ່ໄດ້ລົງໂທດຄົນຊົ່ວຮ້າຍເລື້ອຍໆ.ອາດຈະແປໄດ້ອີກວ່າ: "ມັນບໍ່ແມ່ນເລື້ອຍໆ ... ໃນຄວາມໂກດແຄ້ນຂອງພຣະອົງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຫລາຍ​ເທື່ອ​ເທົ່າ­ໃດ...ພາ­ຍຸ​ພັດ​ໄປ?

ໂຢບໃຊ້ ຄຳຖາມທີສາມນີ້ເພື່ອເນັ້ນຫນັກວ່າມັນເບິ່ງຄືວ່າສຳລັບລາວວ່າພຣະເຈົ້າບໍ່ໄດ້ລົງໂທດຄົນຊົ່ວຮ້າຍເລື້ອຍໆ. ອາດຈະແປໄດ້ອີກວ່າ: "ມັນບໍ່ແມ່ນເລື້ອຍໆ ... ພາຍຸພັດໄປບໍ?" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກ­ເຂົາ​ຕ້ອງກາຍເປັນ​ຄື​ເຟືອງທ່າມກາງສາຍ​ລົມ­ພັດ​ປິວ​ ຫລື​ເຫມືອນ​ຂີ້ແກບ​ທີ່​ຖືກພາ­ຍຸ​ພັດ​ໄປ?

ຄວາມຕາຍຂອງຄົນຊົ່ວເວົ້າຄືກັບວ່າສຳລັບພວກເຂົາເປັນແກບບໍ່ມີຄ່ານ້ອຍ ແລະເຟືອງທີ່ພັດມາ. ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳຢູ່. ອາດຈະແປໄດ້ອີກວ່າ: "ພຣະເຈົ້ານຳພວກເຂົາໄປຄືກັບວ່າລົມພັດໄປແກບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-activepassive]])