lo_tn/job/21/07.md

2.9 KiB

ຂໍ້ມູນເຊື່ອມຕໍ່:

ໂຢບສືບຕໍ່ເວົ້າກັບເພື່ອນຂອງລາວ.

ເປັນ­ຫຍັງ​ຄົນ​ຊົ່ວ​ຈຶ່ງ​ມີ­ຊີ­ວິດ​ຢູ່ຕໍ່ໄປ, ຈົນ​ເຖິງ​ເຖົ້າ​ແກ່ ແລະ​ມີພະລັງແຂງແຮງ​ຂຶ້ນ?

ໂຢບໃຊ້ຄຳຖາມນີ້ເພື່ອສະແດງໃຫ້ເຫັນວ່າເພື່ອນຂອງລາວຄິດຜິດວ່າຄົນຊົ່ວຮ້າຍຈະຕ້ອງທົນທຸກສະເຫມີ. ອາດຈະແປໄດ້ອີກວ່າ: "ຄົນຊົ່ວຮ້າຍຈະມີຊີວິດຢູ່ຕໍ່ໄປ, ເຖົ້າແກ່ ແລະກາຍເປັນຄົນຮັ່ງມີ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຊື້ອ­ສາຍທັງຫລາຍ​ຂອງ​ພວກ­ເຂົາໄດ້ຮັບການ​ຕັ້ງ​ຫມັ້ນ­ຄົງພ້ອມກັບພວກເຂົາ​ຢູ່­ໃນ​ສາຍ­ຕາ​ຂອງ​ພວກ­ເຂົາ...ພົງພັນຂອງພວກເຂົາໄດ້ຮັບການກໍ່ຕັ້ງຕໍ່ຫນ້າຕໍ່ຕາພວກເຂົາ

ສອງຂໍ້ນີ້ຫມາຍເຖິງສິ່ງດຽວກັນ ແລະເນັ້ນຫນັກວ່ານີ້ ແມ່ນຄວາມຈິງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

​ຢູ່­ໃນ​ສາຍ­ຕາ​ຂອງ​ພວກ­ເຂົາ...ຕໍ່ຫນ້າຕໍ່ຕາພວກເຂົາ

ວະລີເຫລົ່ານີ້ຫມາຍເຖິງສິ່ງດຽວກັນເພາະວ່າ "ດວງຕາ" ຫມາຍເຖິງການເບິ່ງເຫັນ. ຄົນຊົ່ວໄດ້ເບິ່ງລູກຫລານຂອງພວກເຂົາເຕີບໃຫຍ່ເຂັ້ມແຂງ ແລະຮັ່ງມີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metonymy]])

ເຮືອນທັງຫລາຍ​ຂອງ​ພວກ­ເຂົາ​​

ໃນນີ້ຄຳວ່າ "ເຮືອນ" ຫມາຍເຖິງສະມາຊິກຄອບຄົວທີ່ອາໄສຢູ່ໃນພວກເຂົາ. ອາດຈະແປໄດ້ອີກວ່າ: "ຄອບຄົວຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໄມ້­ແສ້​ຂອງ​ພຣະ­ເຈົ້າ

ນີ້ຫມາຍເຖິງການລົງໂທດຂອງພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)