lo_tn/job/21/04.md

2.1 KiB

ຂໍ້ມູນເຊື່ອມຕໍ່:

ໂຢບເລີ່ມຕອບຄຳກ່າວຫາຂອງໂຊຟາ.

ສ່ວນ​ຂ້ານ້ອຍ​ແລ້ວ, ຂ້ານ້ອຍໄດ້ຈົ່ມວ່າບຸກຄົນຫນຶ່ງຫລື? ເປັນຫຍັງຂ້ານ້ອຍຈຶ່ງບໍ່ສົມຄວນທີ່ຈະອົດທົນ?

ໂຢບໃຊ້ຄໍາຖາມເພື່ອເນັ້ນຫນັກວ່າລາວຄິດວ່າມັນຍຸຕິທຳທີ່ຈະຈົ່ມຕໍ່ພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍບໍ່ຈົ່ມກັບຄົນໃດຄົນຫນຶ່ງ. ຂ້ານ້ອຍມີສິດທີ່ຈະອົດທົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຈົ່ງ​ເອົາ​ມືຂອງເຈົ້າ​ປິດ​ປາກ​ຂອງ​ເຈົ້າໄວ້

"ປິດປາກຂອງເຈົ້າດ້ວຍມືຂອງເຈົ້າ." ຄວາມຫມາຍທີ່ເປັນໄປໄດ້ແມ່ນວ່າ 1) ນີ້ແມ່ນການຄຳຕອບທີ່ເຮັດໃຫ້ປະຫລາດໃຈ. ອາດແປໄດ້ອີກວ່າ: "ປິດປາກຂອງເຈົ້າດ້ວຍມືຂອງເຈົ້າ" ຫລື 2) ນີ້ແມ່ນສັນຍາລັກທີ່ຄົນນັ້ນຈະບໍ່ເວົ້າ. ອາດຈະແປໄດ້ອີກວ່າ: "ຢ່າເວົ້າຫຍັງອີກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ຮ່າງກາຍຂອງຂ້ານ້ອຍກໍສັ່ນ​ສະ­ທ້ານ​ໄປຫມົດ

"ຄວາມຢ້ານກົວເຮັດໃຫ້ຮ່າງກາຍຂອງຂ້ານ້ອຍສັ່ນສະທ້ານ" ຫລື "ຂ້ານ້ອຍສັ່ນດ້ວຍຄວາມຢ້ານກົວ"