lo_tn/job/20/15.md

4.3 KiB

ຂໍ້ມູນທົ່ວໄປ:

ໂຊ­ຟາສືບຕໍ່ເວົ້າກັບໂຢບ.

ລາວກືນຄວາມມັ່ງຄັ່ງລົງ​ໄປ...​ຈະ​ໂຍນພວກ​ມັນ​ອອກ​ມາ​ຈາກ​ທ້ອງ​ຂອງລາວ

ໂຊຟາເວົ້າເຖິງການໄດ້ຮັບ ແລະສູນເສຍຄວາມຮັ່ງມີຄືກັບວ່າມັນເປັນອາຫານທີ່ຄົນກິນ ແລະຮາກ. ອາດຈະແປໄດ້ອີກວ່າ: "ຄົນຊົ່ວຈະກາຍເປັນຄົນຮັ່ງມີ, ແຕ່ເຂົາສູນເສຍຊັບສົມບັດຂອງເຂົາຄືກັບຄົນທີ່ຮາກກິນອາຫານ. ພຣະເຈົ້າເຮັດໃຫ້ລາວສູນເສຍມັນທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລາວກືນຄວາມມັ່ງຄັ່ງລົງ​ໄປ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ "ການກືນຄວາມຮັ່ງມີ "ຫມາຍເຖິງ 1) ການສະສົມຄວາມຮັ່ງມີ ແລະການຈັດເກັບຮັກສາສິ່ງທີ່ພວກເຂົາເຫັນແກ່ຕົວ. ອາດຈະແປໄດ້ອີກວ່າ: "ຄົນຊົ່ວໄດ້ຮັບຄວາມຮັ່ງມີຫລາຍ ແລະເກັບໄວ້ເປັນຂອງຕົນເອງ" ຫລື 2) ການສະສົມຊັບສົມບັດໃນທາງທີ່ບໍ່ດີ. ອາດຈະແປອີກວ່າ: "ຄົນຊົ່ວລັກເອົາຄວາມຮັ່ງມີຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະ­ເຈົ້າ​ຈະ​ໂຍນພວກ​ມັນ​ອອກ​ມາ​ຈາກ​ທ້ອງ​ຂອງລາວ

ທີ່ນີ້ "ໂຍນພວກເຂົາອອກຈາກທ້ອງຂອງລາວ" ເປັນຄໍາເວົ້າທີ່ເຮັດໃຫ້ຊາຍຄົນນັ້ນຮາກ. ນີ້ແມ່ນຄຳອຸປະມາທີ່ເຮັດໃຫ້ຊາຍຄົນນັ້ນຂາດຄວາມຮັ່ງມີ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໂຍນ

"ຖິ້ມ"

ລາວຈະ​ດູດ​ພິດ​ຂອງ​ງູ

ທີ່ນີ້ "ດູດສານພິດຂອງງູ" ເຫມາຍເຖິງໃຫ້ເຮັດສິ່ງທີ່ຊົ່ວ. ທັງສອງແມ່ນອັນຕະລາຍຫລາຍ. ອາດຈະແປໄດ້ອີກວ່າ: "ການເຮັດສິ່ງທີ່ຊົ່ວຄືການດູດສິ່ງທີ່ເປັນພິດຂອງງູ " ຫລື "ລາວຈະເຮັດສິ່ງທີ່ຊົ່ວຮ້າຍ ແລະເປັນອັນຕະລາຍຕໍ່ຊີວິດຂອງລາວຄືກັບຄົນທີ່ດູດສານພິດຂອງງູ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພິດງູ

"ງູພິດ"

ລີ້ນ​ຂອງ​ງູ­ທີ່ມີພິດຮ້າຍ​ຈະ​ຂ້າ​ລາວເສຍ

ລີ້ນຂອງງູພິດ. ລີ້ນຂອງມັນສະແດງເຖິງການກັດພິດ. ອາດຈະແປໄດ້ອີກວ່າ: "ພິດຂອງງູກັດຈະຂ້າລາວ" ຫລື "ງູພິດຈະກັດລາວ ແລະລາວຈະຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ລີ້ນ​ຂອງ​ງູ­ທີ່ມີພິດຮ້າຍ​ຈະ​ຂ້າ​ລາວເສຍ

ງູເປັນຕົວແທນຂອງຄວາມຊົ່ວຮ້າຍຂອງຜູ້ຊາຍ. ອາດຈະແປໄດ້ອີກວ່າ: "ຄວາມຊົ່ວຮ້າຍຂອງລາວຈະຂ້າລາວຄືກັບການກັດຂອງງູພິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)