lo_tn/job/20/12.md

3.2 KiB

ຂໍ້ມູນທົ່ວໄປ:

ໂຊ­ຟາສືບຕໍ່ເວົ້າກັບໂຢບ.

ເຖິງ​ແມ່ນວ່າ­ ຄວາມ​ຊົ່ວຮ້າຍ​ຈະ​ຫວານ​ຢູ່­ໃນ​ປາກ​ຂອງ​ເຂົາ

ທີ່ນີ້ “ຄວາມຊົ່ວຮ້າຍຫວານຊື່ນ” ຫມາຍເຖິງບຸກຄົນທີ່ມັກເຮັດສິ່ງທີ່ຊົ່ວ. ອາດຈະແປອີກວ່າ: "ເຖິງແມ່ນວ່າການເຮັດສິ່ງທີ່ບໍ່ດີແມ່ນມີຄວາມສຸກຄືກັບການຊີມອາຫານຫວານໃນປາກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຖິງແມ່ນວ່າລາວຢຶດມັນໄວ້...ບໍ່ຍອມປ່ອຍມັນໄປ

ທີ່ນີ້ສະແດງໃຫ້ເຫັນເຖິງຄວາມຕ້ອງການທີ່ຈະເພີດເພີນໄປກັບຄວາມຊົ່ວຮ້າຍຕໍ່ໄປ ໃນຂະນະທີ່ຄົນເຮົາຢາກສືບຕໍ່ກິນອາຫານແຊບໂດຍການຮັກສາມັນໄວ້ໃນປາກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ອາ­ຫານໃນລຳໃສ້ຂອງລາວຈະກາຍເປັນຣົດຂົມ

ເມື່ອອາຫານປ່ຽນເປັນຂົມໃນກະເພາະອາຫານຈະເຮັດໃຫ້ເຈັບແລະມີລົດຂົມ. ນີ້ແມ່ນການປຽບທຽບສຳລັບຄົນທີ່ປະສົບກັບຜົນສະທ້ອນທີ່ເຈັບປວດຈາກການເຮັດສິ່ງທີ່ບໍ່ດີ. ອາດຈະແປໄດ້ອີກວ່າ: "ສິ່ງຊົ່ວຮ້າຍເຫລົ່ານັ້ນກາຍເປັນຄືກັບອາຫານທີ່ຂົມໃນທ້ອງ" ຫລື "ຜົນທີ່ຕາມມາຂອງສິ່ງຊົ່ວຮ້າຍເຫລົ່ານັ້ນຈະເຈັບປວດຄືກັບອາຫານທີ່ລົດສົ້ມໃນກະເພາະອາຫານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ມັນກາຍເປັນພິດ ເຫມືອນພິດງູຢູ່ພາຍໃນລາວ

ຮູບພາບນີ້ຮ້າຍແຮງກວ່າອາຫານສົ້ມໃນກະເພາະອາຫານ. ນີ້ແມ່ນການປຽບທຽບສຳລັບບຸກຄົນທີ່ປະສົບກັບຜົນສະທ້ອນທີ່ຮ້າຍແຮງຂອງການເຮັດສິ່ງທີ່ບໍ່ດີ. ອາດຈະແປໄດ້ອີກວ່າ: "ຜົນຂອງການເຮັດສິ່ງທີ່ຊົ່ວຮ້າຍເຫລົ່ານັ້ນແມ່ນເຈັບປວດຄືກັບພິດຂອງງູພາຍໃນລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພິດງູ

"ງູພິດ"