lo_tn/job/20/06.md

5.0 KiB

ຂໍ້ມູນທົ່ວໄປ:

ໂຊ­ຟາສືບຕໍ່ເວົ້າກັບໂຢບ.

ເຖິງ​ແມ່ນວ່າຄວາມ​ສູງ​ຂອງລາວ

"ເຖິງແມ່ນວ່າຄວາມສູງຂອງຄົນຊົ່ວ"

ເຖິງ​ແມ່ນວ່າ ​ຫົວ​ຂອງ​ເຂົາໄປ​ເຖິງ​ຫມູ່​ເມກທັງຫລາຍ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມສູງ" ສາມາດສະແດງອອກດ້ວຍ ຄຳຄຸນນາມ "ສູງ. " ອາດຈະແປໄດ້ອີກວ່າ: "ເຖິງແມ່ນວ່າເຂົາຈະສູງເທົ່າກັບທ້ອງຟ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ເຖິງ​ແມ່ນວ່າຫົວ​ຂອງ​ເຂົາໄປ​ເຖິງ​ຫມູ່​ເມກທັງຫລາຍ

ຄວາມສູງຂອງຄົນຊົ່ວສະແດງເຖິງຊື່ສຽງ ຫລືຄວາມພາກພູມໃຈຂອງລາວ. ອາດຈະແປອີກວ່າ: "ເຖິງແມ່ນວ່າຊື່ສຽງຂອງລາວຈະເຖິງທ້ອງຟ້າ" ຫລື "ເຖິງວ່າຄວາມພາກພູມໃຈຂອງລາວຈະສູງເຖິງທ້ອງຟ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຖິງ​ແມ່ນວ່າ​ຫົວ​ຂອງ​ເຂົາໄປ​ເຖິງ​ຫມູ່​ເມກທັງຫລາຍ

ທີ່ນີ້ “ເຖິງທ້ອງຟ້າ” ຫມາຍເຖິງຄວາມຍິ່ງໃຫຍ່ທີ່ສຸດ. ອາດຈະແປໄດ້ອີກວ່າ: "ເຖິງແມ່ນວ່າຊື່ສຽງຂອງເຂົາຈະຍິ່ງໃຫຍ່" ຫລື "ເຖິງວ່າຄວາມພາກພູມໃຈຂອງເຂົາຈະຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຖິງ​ແມ່ນວ່າຫົວ​ຂອງ​ເຂົາໄປ​ເຖິງ​ຫມູ່​ເມກທັງຫລາຍ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມສູງ" ຫມາຍເຖິງຊື່ສຽງ ຫລືຄວາມພາກພູມໃຈຂອງເຂົາ. ແນວຄວາມຄິດທັງສອງຢ່າງນີ້ສາມາດສະແດງອອກດ້ວຍວະລີອື່ນໆ. ອາດຈະແປໄດ້ອີກວ່າ: "ເຖິງແມ່ນວ່າຜູ້ຄົນຄິດວ່າເຂົາເປັນຜູ້ຊາຍທີ່ຍິ່ງໃຫຍ່" ຫລື "ເຖິງແມ່ນວ່າເຂົາມີຄວາມພູມໃຈຫລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-metaphor]])

ແລະ​ຫົວ​ຂອງ​ເຂົາໄປ​ເຖິງ​ຫມູ່​ເມກທັງຫລາຍ

"ເຖິງແມ່ນວ່າຫົວຂອງເຂົາສູງເທົ່າກັບເມກ." ນີ້ຍັງສະແດງຊື່ສຽງ ຫລືຄວາມພາກພູມໃຈຂອງເຂົາທີ່ຍິ່ງໃຫຍ່. ນີ້ຫມາຍຄວາມວ່າຄືກັນກັບວະລີທີ່ຜ່ານມາ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-parallelism]])

ຈະຈິບຫາຍໄປຢ່າງຖາວອນ ເຫນືອນກັບຫນ້າຂອງລາວເອງ

ອາຈົມປົນຢູ່ກັບພື້ນ ແລະ ຫາຍໄປ. ການອ້າງອິງກ່ຽວກັບອາຈົມກໍ່ອາດຈະຫມາຍຄວາມວ່າຄົນຊົ່ວບໍ່ມີຄຸນຄ່າ. ອາດຈະແປໄດ້ອີກວ່າ: "ຈະຕາຍຕະຫລອດໄປຄືອາຈົມຂອງເຂົາ, ຊຶ່ງຫາຍໄປໃນພື້ນດິນຢ່າງສົມບູນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຈະຈິບຫາຍໄປຢ່າງຖາວອນ ເຫນືອນກັບຫນ້າຂອງລາວເອງ

ຖ້າຜູ້ຄົນມີຄວາມລະອາຍໃຈກ່ຽວກັບຄຳວ່າອາຈົມ, ຜູ້ແປອາດຈະຫມາຍເຖິງສິ່ງອື່ນໃດທີ່ຫາຍໄປຫມົດ. ອາດຈະແປໄດ້ອີກວ່າ: "ຈະຫາຍໄປຢ່າງຖາວອນຄືກັບຂີ້ຝຸ່ນທີ່ລົມພັດມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)