lo_tn/job/19/25.md

4.9 KiB

ຂໍ້ມູນທົ່ວໄປ:

ໂຢບເວົ້າກັບເພື່ອອນສາມຄົນຂອງລາວ.

ຜູ້ໄຖ່ຂ້ານ້ອຍ

ທີ່ນີ້ “ຜູ້ໄຖ່” ຫມາຍເຖິງບຸກຄົນທີ່ຈະຊ່ວຍກູ້ໂຢບໂດຍການພິສູດຄວາມບໍລິສຸດຂອງໂຢບ, ຄືນກຽດຕິຍົດຂອງລາວ, ແລະໃຫ້ຄວາມຍຸຕິທຳແກ່ລາວ. ອາດຈະແປໄດ້ອີກວ່າ: "ຜູ້ປົກປ້ອງຂອງຂ້ານ້ອຍ"

ພຣະອົງຈະຊົງຢືນຢູ່ເທິງແຜ່ນດິນໂລກໃນທີ່ສຸດ

ນີ້ຫມາຍເຖິງການຢືນຢູ່ຕໍ່ຫນ້າສານ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຜູ້ໄຖ່ຈະເປັນຄົນສຸດທ້າຍທີ່ຈະເວົ້າໃນສານ. ອາດຈະແປໄດ້ອີກວ່າ: "ພຣະອົງຈະຕັດສິນວ່າຂ້ອຍມີຄວາມຜິດ ຫລື ບໍ່" ຫລື 2) ຜູ້ໄຖ່ຈະຢືນຢູ່ໃນສານສຸດທ້າຍນີ້ເພື່ອປ້ອງກັນໂຢບ. ອາດຈະແປໄດ້ອີກວ່າ: "ໃນທີ່ສຸດພຣະອົງຈະປ້ອງກັນຂ້ານ້ອຍໃນສານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຫລັງຈາກທີ່ຜິວຫນັງຂອງຂ້ານ້ອຍ...ຖືກທຳລາຍໄປແລ້ວ

ຄວາມຫມາຍທີ່ເປັນໄປໄດ້ແມ່ນສິ່ງນີ້ຫມາຍເຖິງ 1) ຮ່າງກາຍຂອງລາວຖືກທຳລາຍຍ້ອນພະຍາດ ຫລື 2) ຮ່າງກາຍຂອງລາວຊຸດໂຊມພາຍຫລັງທີ່ລາວຕາຍ.

ໃນຊີ້ນຫນັງຂອງຂ້ານ້ອຍ ຂ້ານ້ອຍ​ຈະ​ເຫັນ​ພຣະ­ເຈົ້າ

ເນື້ອຫນັງຂອງພຣະອົງເປັນຕົວແທນຂອງຮ່າງກາຍຂອງລາວ, ແລະ "ໃນເນື້ອຫນັງຂອງຂ້ານ້ອຍ" ເປັນຕົວແທນໃຫ້ມີຊີວິດ. ອາດຈະແປໄດ້ອີກວ່າ: "ໃນຂະນະທີ່ຂ້ານ້ອຍອາໄສຢູ່ໃນຮ່າງກາຍຂອງຂ້ານ້ອຍ, ຂ້ານ້ອຍຈະເຫັນພຣະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ດ້ວຍ​ຕາ​ຂ້ານ້ອຍ​ເອງ- ແລະບໍ່ແມ່ນຄົນອື່ນ- ຈະເຫັນພຣະອົງ

ວະລີທີ່ວ່າ "ດວງຕາຂອງຂ້ອຍ"ຫມາຍເຖິງໂຢບ. ວະລີທີ່ວ່າ "ດວງຕາຂອງຂ້ອຍ" ແລະ "ແລະບໍ່ແມ່ນຄົນອື່ນ" ເນັ້ນຫນັກ ວ່າໂຢບຈະເຫັນພະເຈົ້າແທ້ໆ. ມັນບໍ່ແມ່ນວ່າຄົນອື່ນຈະໄດ້ເຫັນພຣະເຈົ້າ ແລະບອກໂຢບກ່ຽວກັບພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຫມາກໄຂ່ຫລັງຂອງຂ້ານ້ອຍແຕກສະຫລາຍພາຍໃນຂ້ານ້ອຍ.

ຜູ້ຄົນຄິດວ່າຫມາກໄຂ່ຫລັງເປັນບ່ອນທີ່ສ້າງອາລົມ. ສະນັ້ນຫມາກໄຂ່ຫລັງທີ່ລົ້ມເຫລວສະແດງວ່າລາວມີອາລົມຫລາຍ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍມີຄວາມຮູ້ສຶກກ່ຽວກັບເລື່ອງນີ້ຫລາຍ" ຫລື "ຄວາມຮູ້ສຶກຂອງຂ້ານ້ອຍລົ້ນຂ້ານ້ອຍໃນຂະນະທີ່ຂ້ານ້ອຍຄິດກ່ຽວກັບເລື່ອງນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຫມາກໄຂ່ຫລັງຂອງຂ້ານ້ອຍແຕກສະຫລາຍພາຍໃນຂ້ານ້ອຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1ໂຢບຮູ້ສຶກມີຄວາມຫວັງຫລາຍ, ຂອບໃຈ ແລະມີຄວາມສຸກ ຫລື 2) ໂຢບຮູ້ສຶກຫມົດ ຫວັງລໍຖ້າຈະເຫັນຜູ້ໄຖ່ຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)