lo_tn/job/19/20.md

4.5 KiB

ຂໍ້ມູນທົ່ວໄປ:

ໂຢບເວົ້າກັບເພື່ອນສາມຄົນຂອງລາວ.

ກະດູກທັງຫລາຍຂອງຂ້ານ້ອຍຕິດກັບຫນັງ ແລະຊີ້ນຂອງຂ້ານ້ອຍ

ໂຢບເວົ້າເຖິງກະດູກ, ຜິວຫນັງ ແລະເນື້ອຫນັງຂອງລາວ ເພື່ອບັນຍາຍເຖິງລັກສະນະທີ່ປະກົດຂື້ນຂອງລາວ. ລາວຈ່ອຍຜອມຫລາຍ, ແລະຜູ້ຄົນສາມາດເຫັນຮູບຊົງຂອງກະດູກຂອງລາວໄດ້ງ່າຍດາຍ. ບາງພາສາມີສຳນວນສຳລັບເລື່ອງນີ້. ອາດຈະແປໄດ້ອີກວ່າ: "ຂ້ອຍເປັນພຽງແຕ່ຜິວຫນັງ ແລະກະດູກ" ຫລື "ຜິວຫນັງຂອງຂ້ານ້ອຍຕິດກັບກະດູກຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຊີ້ນຂອງຂ້ານ້ອຍ, ຂ້ານ້ອຍມີຊີິວິດລອດພຽງຫນັງຫຸ້ມແຂ້ວຂອງຂ້ານ້ອຍເທົ່ານັ້ນ

ສຳນວນນີ້ຫມາຍຄວາມວ່າລາວບໍ່ມີຊີວິດລອດ, ວ່າລາວເກືອບບໍ່ລອດ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍບໍ່ມີຊີວິດຢູ່" ຫລື "ຂ້ານ້ອຍບໍ່ມີຊີວິດລອດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຂໍຈົ່ງສົງສານຂ້ານ້ອຍ

"ມີຄວາມເຫັນອົກເຫັນໃຈຂ້ານ້ອຍ"

ເພາະພຣະຫັດຂອງພຣະເຈົ້າໄດ້ຊົງແຕະຕ້ອງຂ້ານ້ອຍແລ້ວ

ທີ່ນີ້ "ແຕະຕ້ອງຂ້ອຍ" ແມ່ນຄຳອະທິບາຍສຳລັບ "ຕີຂ້ອຍ." ນີ້ແມ່ນການປຽບທຽບສຳລັບການເຮັດສິ່ງຕ່າງໆທີ່ເຮັດໃຫ້ໂຢບໄດ້ຮັບຄວາມເດືອດຮ້ອນ. ອາດຈະແປໄດ້ອີກວ່າ: "ເພາະວ່າພຣະເຈົ້າໄດ້ເຮັດໃຫ້ຂ້ານ້ອຍທຸກທໍລະມານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເຫມືອນກັບວ່າເຈົ້າເປັນ​ພຣະ­ເຈົ້າລະ?

ໂຢບໃຊ້ຄຳຖາມນີ້ຈົ່ມວ່າເພື່ອນຂອງລາວປະຕິບັດກັບລາວແນວໃດ. ອາດຈະແປໄດ້ອີກວ່າ: "ຢ່າຂົ່ມເຫັງຂ້ານ້ອຍ ... ພຣະເຈົ້າ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເປັນ­ຫຍັງ​ເຈົ້າ​ຈຶ່ງ​ບໍ່​ພໍ­ໃຈ​ກັບ​ການເຜົາຜານຊີ້ນຂອງຂ້ານ້ອຍ?

ໂຢບໃຊ້ ຄຳຖາມນີ້ຈົ່ມວ່າເພື່ອນຂອງລາວປະຕິບັດກັບລາວແນວໃດ. ອາດຈະແປໄດ້ອີກວ່າ: "ເຈົ້າໄດ້ກິນເນື້ອຫນັງຂອງຂ້ອຍພໍແລ້ວ!" ຫລື"ຢຸດກິນເນື້ອຫນັງຂອງຂ້ອຍ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເປັນ­ຫຍັງ​ເຈົ້າ​ຈຶ່ງ​ບໍ່​ພໍ­ໃຈ​ກັບ​ການເຜົາຜານຊີ້ນຂອງຂ້ານ້ອຍ?

ໂຢບເວົ້າເຖິງເພື່ອນຂອງລາວເວົ້າທີ່ໂຫດຮ້າຍຕໍ່ລາວ ຄືກັບວ່າພວກເຂົາເປັນສັດຮ້າຍທີ່ກິນສັດອື່ນ. ອາດຈະແປໄດ້ອີກວ່າ: "ຢຸດເວົ້າໃສ່ຮ້າຍຂ້ອຍຢ່າງຮຸນແຮງ." ຫລື "ຢຸດທຳຮ້າຍຂ້ອຍດ້ວຍຄຳເວົ້າຂອງເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)