lo_tn/job/19/10.md

5.5 KiB

ຂໍ້ມູນທົ່ວໄປ:

ໂຢບເວົ້າກັບເພື່ອນສາມຄົນຂອງລາວ.

ພຣະ­ອົງ​ຊົງ​ທຳ­ລາຍ​ຂ້ານ້ອຍ​ໃນ​ທຸກ​ດ້ານ

ໂຢບເວົ້າເຖິງພຣະເຈົ້າທຳລາຍລາວຄືກັບວ່າ ໂຢບກຳລັງສ້າງຂື້ນທີ່ພຣະເຈົ້າກຳລັງທຳລາຍ. ອາດຈະແປໄດ້ອີກວ່າ: "ພຣະອົງໄດ້ ທຳລາຍຂ້ານ້ອຍໃນທຸກໆດ້ານ" ຫລື "ພຣະອົງໄດ້ໂຈມຕີຂ້ານ້ອຍໃນທຸກໆດ້ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະຂ້ານ້ອຍໄດ້ຈາກໄປ

ການ “ຫາຍໄປ” ຫມາຍເຖິງການຖືກທຳລາຍຫມົດ. ອາດຈະແປໄດ້ອີກວ່າ: "ແລະຂ້ານ້ອຍກໍ່ຖືກທຳລາຍຢ່າງຫມົດສິ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະ­ອົງ​ຊົງ​ຮື້​ຖອນ​ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ເຫມືອນກັບຖອນຕົ້ນໄມ້ຕົ້ນຫນຶ່ງ

ໂຢບເວົ້າກ່ຽວກັບພຣະເຈົ້າເຮັດໃຫ້ໂຢບບໍ່ມີຄວາມຫວັງ ຄືກັບວ່າຄວາມຫວັງຂອງໂຢບເປັນຕົ້ນໄມ້ ແລະແທນທີ່ຈະຕັດຕົ້ນໄມ້ລົງ, ພຣະເຈົ້າໄດ້ດຶງຕົ້ນໄມ້ທັງຫມົດທີ່ມີຮາກອອກຈາກພື້ນດິນ. ອາດຈະແປໄດ້ອີກວ່າ: "ພຣະອົງໄດ້ເອົາຄວາມຫວັງທັງ ຫມົດຂອງຂ້ານ້ອຍຫມົດໄປ" ຫລື "ຍ້ອນສິ່ງທີ່ພຣະອົງໄດ້ເຮັດ, ຂ້ານ້ອຍບໍ່ສາມາດມີຄວາມຫວັງຫຍັງອີກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພຣະ­ເຈົ້າ​ໄດ້ຊົງ​ພິ­ໂຣດ​ຂ້ານ້ອຍ​ຢ່າງ​ຮ້າຍ­ແຮງເພື່ອໂຈມຕີຂ້ານ້ອຍ

ໂຢບເວົ້າເຖິງຄວາມໂກດແຄ້ນຂອງພຣະເຈົ້າຄືກັບວ່າມັນເປັນໄຟ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າຈຸດໄຟດ້ວຍຄວາມໂກດແຄ້ນໃສ່ຂ້ານ້ອຍ" ຫລື "ພຣະເຈົ້າກໍ່ຍັງໂກດຮ້າຍຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງໄດ້ຊົງ​ນັບວ່າຂ້ານ້ອຍເປັນ​ເຫມືອນຫນຶ່ງໃນບັນດາ​ສັດ­ຕຣູ​ຜູ້​ຮ້າຍ​ກາດ​ຂອງ​ພຣະອົງ

"ພຣະອົງຄິດວ່າຂ້ານ້ອຍເປັນສັດຕູ"

ກອງທະຫານຂອງພຣະ­ອົງມາຮ່ວມກັນ

ໂຢບເວົ້າເຖິງພຣະເຈົ້າໂຈມຕີລາວຄືກັບວ່າໂຢບເປັນເມືອງແລະພຣະເຈົ້າສົ່ງກອງທັບໄປໂຈມຕີເມືອງນັ້ນ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າສົ່ງກອງທັບຂອງລາວມາໂຈມຕີຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາສຸມກອງດິນເພື່ອໂຈມຕີຂ້ານ້ອຍ

ໂຢບເວົ້າເຖິງພຣະເຈົ້າໂຈມຕີລາວຄືກັບວ່າໂຢບເປັນເມືອງແລະກອງທັບຂອງພຣະເຈົ້າກຳລັງລວບລວມສິ່ງເປິະເປື້ອນໃສ່ ກຳແພງເມືອງ ເພື່ອຈະປີນຂ້າມກຳແພງເມືອງ ແລະໂຈມຕີເມືອງນັ້ນ. ອາດຈະແປໄດ້ອີກວ່າ: "ພວກທະຫານວາງສິ່ງເປີະເປື້ອນເພື່ອປີນຂ້າມກຳແພງຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະ​ຕັ້ງຄ້າຍປິດ​ລ້ອມ​ເຕັນ​ຂອງ​ຂ້ານ້ອຍ​ໄວ້

ໂຢບເວົ້າເຖິງພຣະເຈົ້າໂຈມຕີລາວຄືກັບວ່າໂຢບຢູ່ໃນເຕັນຂອງລາວ ແລະກອງທັບຂອງພຣະເຈົ້າຕັ້ງຄ້າຍອ້ອມຮອບລາວ ແລະກຽມຈະໂຈມຕີລາວ. ອາດຈະແປໄດ້ອີກວ່າ: "ພວກເຂົາຕັ້ງຄ້າຍອ້ອມຮອບເຕັນຂອງຂ້ານ້ອຍ ແລະກະກຽມໂຈມຕີຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)