lo_tn/job/19/07.md

4.4 KiB

ຂໍ້ມູນທົ່ວໄປ:

ໂຢບເວົ້າກັບເພື່ອນສາມຄົນຂອງລາວ.

ເບິ່ງແມ

ຄຳວ່າ "ເບິ່ງແມ" ໃນນີ້ເພີ່ມຄວາມເອົາໃຈໃສ່ຕໍ່ສິ່ງທີ່ຕາມມາ. ອາດຈະແປອີກວ່າ: "ແທ້ຈິງ"

ຮຸນແຮງ!

ນີ້ແມ່ນການຮ້ອງຂໍການຊ່ວຍເຫລືອ. ສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດຈະແປໄດ້ອີກວ່າ: "ຄວາມຮຸນແຮງ! ຊ່ວຍເຫລືອ!" ຫລື "ຊ່ວຍເຫລືອ! ຂ້ານ້ອຍກຳລັງຖືກໂຈມຕີ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຂ້ານ້ອຍຮ້ອງຂໍຄວາມຊ່ວຍເຫລືອ

"ຂ້ານ້ອຍຮ້ອງຂໍຄວາມຊ່ວຍເຫລືອ" ຫລື "ຂ້ານ້ອຍຮ້ອງໃຫ້ເພື່ອຂໍຄວາມຊ່ວຍເຫຼືອ"

ແຕ່ບໍ່ມີຄວາມຍຸຕິທັມເກີດຂຶ້ນ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມຍຸຕິທຳ" ສາມາດແປໄດ້ດ້ວຍ ວະລີ. ອາດຈະແປໄດ້ອີກວ່າ: "ແຕ່ບໍ່ມີໃຜປົກປ້ອງຂ້ານ້ອຍຈາກຜູ້ທີ່ເຮັດຜິດຂ້ານ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-explicit]])

ພຣະ­ອົງ​ຊົງໄດ້ປິດລ້ອມ​ທາງ​...ຄວາມມືດໃນວິທີຂອງຂ້ານ້ອຍ.

ໂຢບໃຊ້ຮູບພາບເຫລົ່ານີ້ເພື່ອເວົ້າວ່າ ພຣະເຈົ້າໄດ້ເຮັດໃຫ້ລາວຮູ້ສຶກຫມົດຫົນທາງ ແລະສິ້ນຫວັງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະ­ອົງ​ຊົງໄດ້ປິດລ້ອມ​ທາງ​ຂອງຂ້ານ້ອຍເພື່ອວ່າຂ້ານ້ອຍຈະບໍ່ສາມາດຜ່ານໄປໄດ້

"ພຣະເຈົ້າໄດ້ວາງກຳແພງທີ່ຖະຫນົນທີ່ຂ້ານ້ອຍກຳລັງເດີນທາງ" ຫລືພຣະອົງໄດ້ກີດຂວາງເສັ້ນທາງ ດັ່ງນັ້ນຂ້ານ້ອຍຈຶ່ງບໍ່ສາມາດເດີນຕໍ່ໄປໄດ້"

ພຣະ­ອົງ​ໄດ້ຊົງ​ປົດເປື້ອງ...ມົງກຸດອອກຈາກຫົວຂອງຂ້ານ້ອຍ.

ໂຢບໃຊ້ຮູບພາບເຫລົ່ານີ້ເພື່ອເວົ້າວ່າພຣະເຈົ້າໄດ້ເອົາຊື່ສຽງ, ຄວາມຮັ່ງມີ ແລະຄວາມຈະເລີນຂອງລາວອອກຈາກລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະ­ອົງ​ໄດ້ຊົງ​ປົດເປື້ອງສັກສີຂອງຂ້ານ້ອຍ

ໂຢບເວົ້າເຖິງສັກສີຂອງລາວຄືກັບວ່າເປັນເສື້ອຄຸມຂອງພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ພຣະອົງໄດ້ເອົາສັກສີຂອງຂ້ານ້ອຍໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງໄດ້ຊົງ​ຖອດມົງກຸດອອກຈາກຫົວຂອງຂ້ານ້ອຍ

ມົງກຸດຫມາຍເຖິງສັກສີ ຫລື ກຽດຕິຍົດຂອງໂຢບ. ອາດຈະແປໄດ້ອີກວ່າ: "ພຣະອົງໄດ້ເອົາມົງກຸດຂອງກຽດຕິຍົດຂອງຂ້ານ້ອຍ" ຫລື "ມັນຄືກັບວ່າພຣະອົງໄດ້ເອົາມົງກຸດຂອງຂ້ານ້ອຍອອກຈາກຫົວຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)