lo_tn/job/18/12.md

3.4 KiB

ຂໍ້ມູນທົ່ວໄປ:

ບິນດັດສືບຕໍ່ບັນຍາຍເຖິງຄົນຊົ່ວ.

ຄວາມມັ່ງຄັ່ງຂອງ​ເຂົາ​ຈະຫັນໄປສູ່ຄວາມຫິວໂຫຍ

ນີ້ເວົ້າກ່ຽວກັບຄົນຊົ່ວຮ້າຍທີ່ກຳລັງກາຍເປັນຄົນຍາກຈົນ ແລະຫິວໂຫຍຄືກັບວ່າຄວາມຮັ່ງມີຂອງເຂົາແມ່ນບາງສິ່ງບາງຢ່າງທີ່ຫັນໄປເປັນສິ່ງອື່ນ. ອາດຈະແປໄດ້ອີກວ່າ: "ແທນທີ່ຈະເປັນຄົນຮັ່ງມີ, ເຂົາຈະກາຍເປັນຄົນຍາກຈົນ ແລະຫິວໂຫຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະ​ພັຍ­ພິ­ບັດຈະພ້ອມທີ່ດ້ານຂ້າງຂອງ​ເຂົາ

ວະລີທີ່ວ່າ "ພ້ອມທີ່ຈະຢູ່ຂ້າງເຂົາ" ແມ່ນຄຳເວົ້າທີ່ຫມາຍ ຄວາມວ່າມີບາງສິ່ງບາງຢ່າງຢູ່ຕະຫລອດເວລາ. ອາດຈະແປໄດ້ອີກວ່າ: "ແລະເຂົາຈະປະສົບກັບໄພພິບັດຢ່າງຕໍ່ເນື່ອງ" ຫລື "ແລະເຂົາຈະບໍ່ສາມາດຫລີກລ້ຽງໄພພິບັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ອະໄວຍະວະຕ່າງໆຂອງຮ່າງກາຍຂອງເຂົາ ​ຈະຖືກກັດ​ກິນ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳຢູ່. ພ້ອມກັນນີ້, ນີ້ເວົ້າເຖິງພະຍາດທີ່ທຳລາຍຮ່າງກາຍຂອງເຂົາຄືກັບວ່າມັນແມ່ນສັດທີ່ທຳຮ້າຍເຂົາ ແລະ ກຳລັງກິນເຂົາຢູ່. ອາດຈະແປໄດ້ອີກວ່າ: "ພະຍາດຈະກິນໄປຕາມຜິວຫນັງຂອງເຂົາ" ຫລື "ພະຍາດຈະທຳລາຍຜິວຂອງເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-metaphor]])

ລູກ­ກົກ​ຂອງ​ຄວາມ​ຕາຍ​ຈະ​ກັດກິນອະໄວຍະວະທັງຫລາຍຂອງເຂົາ​

ນີ້ແມ່ນພະຍາດທີ່ເຮັດໃຫ້ຄົນຈຳນວນຫລາຍຕາຍ ຊຶ່ງເອີ້ນວ່າ "ລູກຊາຍກົກຂອງຄວາມຕາຍ." ສິ່ງນີ້ເວົ້າເຖິງພະຍາດທີ່ທຳ ລາຍຮ່າງກາຍຂອງເຂົາຄືກັບວ່າມັນແມ່ນສັດທີ່ທຳຮ້າຍເຂົາແລະ ກຳລັງກິນລາວ. ອາດຈະແປໄດ້ອີກວ່າ: "ພະຍາດທີ່ເປັນອັນຕະລາຍຈະທຳລາຍສ່ວນຕ່າງໆຂອງຮ່າງກາຍຂອງເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)