lo_tn/job/17/06.md

4.5 KiB

ຂໍ້ມູນທົ່ວໄປ:

ໂຢບຍັງສືບຕໍ່ເວົ້າ.

ພຣະ­ອົງ​ໄດ້ຊົງ​ກະ­ທຳ­ໃຫ້​ຂ້ານ້ອຍ​ເປັນ​ບ່ອນ​ນິນ­ທາ​ຂອງ​ຜູ້ຄົນ

ທີ່ນີ້ຫມາຍຄວາມວ່າຜູ້ຄົນເວົ້າກ່ຽວກັບລາວໃນແບບເຍາະເຍີ້ຍ ແລະໃຊ້ຊື່ຂອງລາວເປັນການດູຖູກ. ອາດຈະແປໄດ້ອີກວ່າ: "ຍ້ອນລາວ, ຄົນໃຊ້ຊື່ຂອງຂ້ານ້ອຍເປັນການດູຖູກ" ຫລື" ຍ້ອນພວກເຂົາ, ຄົນໃຊ້ຊື່ຂອງຂ້ານ້ອຍເປັນຄຳເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

​ພວກ­ເຂົາ​ຖົ່ມ­ນ້ຳ­ລາຍ​ຫົດ​ຫນ້າ​ຂອງ​ຂ້ານ້ອຍ

"ຜູ້ຄົນຖົ່ມນໍ້າລາຍໃສ່ຫນ້າຂ້ານ້ອຍ." ໃນວັດທະນະທໍານີ້ຖົ່ມນໍ້າລາຍໃສ່ຜູ້ໃດຜູ້ຫນຶ່ງເປັນການດູຖູກທີ່ຍິ່ງໃຫຍ່. ຖ້າການຖົ່ມນໍ້າລາຍມີຄວາມຫມາຍທີ່ແຕກຕ່າງກັນໃນວັດທະນະທໍາຂອງທ່ານໆສາມາດຂຽນສິ່ງນີ້ແຕກຕ່າງ. ອາດຈະແປໄດ້ອີກວ່າ: "ຜູ້ຄົນດູຖູກຂ້ອຍຢ່າງໃຫຍ່, ໂດຍການຖົ່ມນໍ້າລາຍໃສ່ຫນ້າຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ດວງ­ຕາ​ຂອງ​ຂ້ານ້ອຍ​ໄດ້​ມືດ​ມົວ​ໄປ​ດ້ວຍ​ຄວາມ­ທຸກ​ໂສກ

ໂຢບກ່າວເຖິງວິໄສທັດຂອງລາວຄືກັບ "ດວງຕາ." ອາດຈະແປໄດ້ອີກວ່າ: "ວິໄສທັດຂອງຂ້ານ້ອຍໄດ້ອ່ອນລົງເພາະວ່າຂ້ານ້ອຍໂສກເສົ້າຫລາຍ" ຫລື "ຂ້ານ້ອຍເກືອບຕາບອດຍ້ອນຄວາມໂສກເສົ້າຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

​ອະ­ໄວ­ຍະ­ວະ​ໃນຮ່າງກາຍຂອງຂ້ານ້ອຍທັງ​ຫມົດ​ກໍຈ່ອຍບາງ​ເຫມືອນ​ກັບ​ເງົາ

ເງົາບໍ່ມີຄວາມຫນາ ແລະ ບາງເບົາ. ນັ້ນແມ່ນການເວົ້າເກີນຄວາມຈິງຂອງສ່ວນຂອງຮ່າງກາຍຂອງໂຢບບາງໆ. ອາດຈະແປໄດ້ອີກວ່າ: "ທຸກສ່ວນຂອງຮ່າງກາຍຂອງຂ້ານ້ອຍແມ່ນບາງຫລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-hyperbole]])

​ອະ­ໄວ­ຍະ­ວະ​ໃນຮ່າງກາຍຂອງຂ້ານ້ອຍທັງ​ຫມົດ

ນີ້ແມ່ນລັກສະນະທົ່ວໄປທີ່ໃຊ້ເພື່ອເນັ້ນຫນັກວ່າຮ່າງກາຍຂອງລາວທັງບາງໆ, ແຕ່ຫມາຍເຖິງສະເພາະແຂນ ແລະຂາຂອງລາວ. ອາດຈະແປໄດ້ອີກວ່າ: "ແຂນ ແລະຂາຂອງຂ້ານ້ອຍ"(ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ຂາດສະຕິໄປ

"ຕົກຕະລຶງ" ຫລື "ຫນ້າຢ້ານກົວ"

ເພາະສິ່ງນີ້

"ໂດຍສິ່ງທີ່ໄດ້ເກີດຂື້ນກັບຂ້ານ້ອຍ"

ລຸກ­ຂຶ້ນ​ປັກ​ປ້ຳ​ຄົນ​ໜ້າ­ຊື່­ໃຈ­ຄົດ

ນີ້ແມ່ນສຳນວນ. ອາດຈະແປໄດ້ອີກວ່າ: "ຈະເສົ້າສະຫລົດໃຈເພາະວ່າ" ຫລື "ຈະໃຈຮ້າຍຫລາຍກັບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)