lo_tn/job/16/18.md

3.9 KiB

ແຜ່ນ­ດິນ­ໂລກ​ເອີຍ, ຢ່າ​ປິດ­ບັງ​ເລືອດ​ຂອງ​ຂ້ານ້ອຍ​ເລີຍ

ໂຢບເວົ້າກັບ "ແຜ່ນດິນໂລກ" ໂດຍກົງເຖິງແມ້ວ່າມັນບໍ່ສາມາດຟັງລາວ, ເພື່ອເພີ່ມຄວາມເຂັ້ມແຂງໃນຄໍາເວົ້າຂອງລາວ. ແຜ່ນດິນໂລກມີລັກສະນະເປັນການປົກຄຸມເລືອດຂອງລາວໂດຍເຈດຕະນາຫຼັງຈາກທີ່ລາວຕາຍ. ອາດຈະແປໄດ້ອກວ່າ: "ຂ້ານ້ອຍຫວັງວ່າເລືອດຂອງຂ້ານ້ອຍຈະບໍ່ຊືມລົງໄປໃນພື້ນດິນແຕ່ວ່າມັນຈະຍັງຄົງຢູ່ເທິງພື້ນດິນເພື່ອເປັນຫຼັກຖານສະແດງເຖິງວິທີຂ້ານ້ອຍຕາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-apostrophe]] ແລະ [[rc:///ta/man/translate/figs-personification]])

ແຜ່ນ­ດິນ­ໂລກ​ເອີຍ, ຢ່າ​ປິດ­ບັງ​ເລືອດ​ຂອງ​ຂ້ານ້ອຍ​ເລີຍ

ໂຢບເວົ້າເຖິງຕົວເອງວ່າກຳລັງຈະຕາຍຄືກັບວ່າລາວຈະຖືກຂ້າ. ໃນນີ້ຄຳວ່າ “ເລືອດ” ຂອງລາວແມ່ນຄຳອຸປະມາທີ່ອ້າງເຖິງການຕາຍຂອງລາວ. ອາດຈະແປອີກວ່າ: "ໂລກ, ເມື່ອຂ້ານ້ອຍຕາຍ, ຢ່າເຊື່ອງວິທີທີ່ຂ້ານ້ອຍຕາຍຢ່າງບໍ່ຍຸຕິທໍາ" ຫລື "ຢ່າໃຫ້ມັນເຊື່ອງໄວ້ວ່າຂ້ອຍຈະຕາຍໂດຍບໍ່ຍຸດຕິທໍາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຢ່າ​ໃຫ້​ສຽງ­ຮ້ອງ​ຂອງ​ຂ້ານ້ອຍບໍ່​ມີ​ບ່ອນ​ຢຸດ​ພັກເຖີດ

ໂຢບເວົ້າເຖິງການຢາກໃຫ້ທຸກຄົນຮູ້ສິ່ງທີ່ເກີດຂື້ນກັບລາວຄືກັບວ່າ "ຮ້ອງໄຫ້" ຂອງລາວແມ່ນຄົນທີ່ບໍ່ເຄີຍຢຸດຢັ້ງຢືນເປັນພະຍານເຖິງສິ່ງທີ່ເກີດຂື້ນກັບລາວ ແລະບໍ່ເຄີຍພັກຜ່ອນ. ອາດຈະແປໄດ້ອີກວ່າ: "ໃຫ້ທຸກຄົນໄດ້ຍິນກ່ຽວກັບສິ່ງທີ່ເກີດຂື້ນກັບຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ເບິ່ງ​ແມ

ໂຢບໃຊ້ຄຳນີ້ເພື່ອດຶງດູດຄວາມສົນໃຈຂອງສິ່ງທີ່ລາວເວົ້າຕໍ່ໄປ. ອາດຈະແປໄດ້ອີກວ່າ: "ຟັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

​ພະ­ຍານ​ຂອງ​ຂ້ານ້ອຍ​ກໍ​ຢູ່​ເທິງທ້ອງຟ້າ

ໂຢບເຊື່ອວ່າບາງຄົນຈະເວົ້າເພື່ອລາວຕໍ່ພຣະເຈົ້າ.

ຮັບ­ຮອງ

"ເປັນພະຍານ"

​ຢູ່­ໃນ​ທີ່​ສູງ

ນີ້ແມ່ນສຳນວນ.ອາດຈະແປໄດ້ອີກວ່າ: "ໃນສະຫວັນ"ຫລື "ຢູ່ໃນສະຫວັນທີ່ສູງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)