lo_tn/job/16/15.md

3.0 KiB

ຜິວຫນັງຂອງຂ້ານ້ອຍກໍຖືກຫຍິບເຫມືອນ​­ກະ­ສອບ

ໂຢບເວົ້າກ່ຽວກັບການນຸ່ງເສື້ອທີ່ເຮັດດ້ວຍຜ້າປ່ານຄືກັບວ່າຜ້າປ່ານນັ້ນຕິດຢູ່ໃນຮ່າງກາຍຂອງລາວ. ຜູ້ຄົນມັກໃສ່ຜ້າປ່ານເພື່ອສະແດງຄວາມໂສກເສົ້າຫລືເສຍໃຈຫລາຍ. ອາດຈະແປໄດ້ອີກວ່າ: "ເພາະວ່າຂ້ານ້ອຍໂສກເສົ້າ, ຂ້ອຍໄດ້ຫຍິບຜ້າປ່ານເຂົ້າກັນເພື່ອນຸ່ງເປັນເຄື່ອງນຸ່ງຂອງຂ້ານ້ອຍ" ຫລື "ຂ້ານ້ອຍໃສ່ເຄື່ອງນຸ່ງທີ່ຂ້ອຍເຮັດຈາກຜ້າປ່ານ, ເພາະວ່າຂ້ານ້ອຍໂສກເສົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂ້ານ້ອຍຖືກດັນເຂົ້າລົງໄປເຖິງພື້ນດິນ

“ຖືກດັນ” ຂອງໂຢບສະແດງເຖິງອຳນາດ ແລະສິດອຳນາດທີ່ລາວເຄີຍມີແຕ່ຕອນນີ້ບໍ່ມີອີກແລ້ວ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍນັ່ງຢູ່ບ່ອນນີ້ທີ່ເປື້ອນ, ຕົກຕໍ່າຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເປືອກຕາຂອງຂ້ານ້ອຍເປັນເງົາ​ມັດ­ຈຸ­ຣາດ

ສິ່ງນີ້ແມ່ນດວງຕາຂອງໂຢບຖືກແທນທີ່ໂດຍ "ເປືອກຕາ". ໂຢບເວົ້າເຖິງຕາຂອງລາວທີ່ມີລັກສະນະມືດມົວເບິ່ງຄືວ່າດວງຕາຂອງຄົນຕາຍ. ອາດຈະແປໄດ້ອີກວ່າ: "ມີວົງມົນທີ່ມືດອ້ອມຮອບດວງຕາຂອງຂ້ານ້ອຍ" ຫລື "ດວງຕາຂອງຂ້ານ້ອຍມືດຄືກັບດວງຕາຂອງຄົນຕາຍ" (ເບິ່ງເພີ່ມເຕມີ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])

ບໍ່ມີຄວາມຮຸນແຮງໃນ​ມື​ຂອງ​ຂ້ານ້ອຍ​

"ມື" ຫມາຍເຖິງຄວາມສາມາດ ແລະກິດຈະກຳຂອງບຸກຄົນ. ອາດຈະແປໄດ້ອີກວ່າ: "ຂ້ອຍບໍ່ໄດ້ປະຕິບັດຢ່າງຮຸນແຮງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)