lo_tn/job/16/06.md

3.8 KiB

ຄວາມ­ເຈັບ​ປວດ

ໂຢບໄດ້ປະສົບກັບການສູນເສຍຄອບຄົວ ແລະສຸຂະພາບທີ່ຍິ່ງໃຫຍ່ທີ່ບໍ່ສາມາດອະທິບາຍໄດ້ ແລະເພາະສະນັ້ນຈຶ່ງເຮັດໃຫ້ລາວເປັນ "ຄວາມໂສກເສົ້າ ແລະຄວາມເຈັບປວດທາງຈິດໃຈ".

ຈະ​ຊ່ວຍ​ບັນ­ເທົາ​ຄວາມ­ເຈັບ​ປວດ​ຂອງ​ຂ້ານ້ອຍໄດ້​ບໍ?

ໂຢບໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ເພື່ອສະແດງວ່າການມິດງຽບບໍ່ໄດ້ເຮັດໃຫ້ຄວາມທຸກໂສກຂອງລາວຫລຸດລົງ. ຄຳຖາມນີ້ສາມາດຂຽນເປັນຄຳເວົ້າ. ອາດຈະແປໄດ້ອີກວ່າ: "ມັນບໍ່ໄດ້ຊ່ວຍຂ້ອຍເລີຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ແຕ່­ວ່າດຽວ­ນີ້​, ຂ້າແດ່ພຣະເຈົ້າ

ດຽວນີ້ໂຢບຫັນຫນ້າຮ້ອງທຸກຕໍ່ພຣະເຈົ້າ.

ໄດ້ເຮັດໃຫ້ຄອບຄົວຂອງຂ້ານ້ອຍໂສກເສົ້າ

"ໄດ້ທຳລາຍຄອບຄົວຂອງຂ້ອຍທັງຫມົດ"

ພຣະ­ອົງ​ໄດ້​ເຮັດໃຫ້ຂ້ານ້ອຍແຫ້ງຫ່ຽວໄປ

ສິ່ງນີ້ຫມາຍຄວາມວ່າຮ່າງກາຍຂອງໂຢບໄດ້ຫົດຕົວລົງ ແລະກາຍເປັນຮອຍຫ່ຽວ. ອາດຈະແປໄດ້ອີກວ່າ: "ເຈົ້າໄດ້ເຮັດໃຫ້ຮ່າງກາຍຂອງຂ້ານ້ອຍຫົດຕົວຂື້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຊຶ່ງມັນ​ເປັນ​ພະ­ຍານ​ປັກ​ປ້ຳ​ຂ້ານ້ອຍ

ໂຢບໄດ້ບັນຍາຍເຖິງການຫົດຕົວຂອງຮ່າງກາຍຂອງລາວຄືກັບວ່າລາວເປັນຜູ້ກ່າວຫາຕໍ່ລາວ. ອາດຈະແປໄດ້ອີກວ່າ: "ແລະຄົນຄິດວ່າມັນເຮັດໃຫ້ຂ້ານ້ອຍເປັນຄົນບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຮ່າງກາຍທີ່ຈ່ອຍຜອມຂອງຂ້ານ້ອຍ​ກໍ​ລຸກ­ຂຶ້ນ​ປັກ​ປ້ຳ​ຂ້ານ້ອຍ, ແລະມັນ​ເປັນ​ພະ­ຍານ​ຕໍ່ຕ້ານ

ໂຢບໄດ້ບັນຍາຍເຖິງຄວາມຜ່ອມບາງຂອງຮ່າງກາຍຂອງລາວຄືກັບວ່າລາວເປັນຜູ້ກ່າວຫາຕໍ່ລາວ. ອາດຈະແປໄດ້ອີກວ່າ: "ພວກເຂົາເຫັນວ່າຮ່າງກາຍຂອງຂ້ານ້ອຍຜ່ອມບາງ, ແລະພວກເຂົາຄິດວ່າມັນພິສູດວ່າຂ້້ນ້ອຍມີຄວາມຜິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຕໍ່ຕ້ານໃບ​ຫນ້າ​ຂອງຂ້ານ້ອຍ

ຕໍ່ໄປນີ້ໂຢບທີ່ກ່າວເຖິງໂດຍ "ໃບຫນ້າ." ອາດຈະແປໄດ້ອີກວ່າ: "ຕໍ່ຕ້ານຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)