lo_tn/job/14/15.md

5.1 KiB

ຂໍ້ມູນທົ່ວໄປ:

ຂໍ້ມູນທົ່ວໄປ: ໂຢບຍັງສືບຕໍ່ເວົ້າກັບພຣະເຈົ້າ.

ຂ້າ­ນ້ອຍ​ຈະ​ທູນ​ຕອບ

"ຂ້ອຍຈະຕອບ"

ພຣະ­ອົງ​ຈະຊົງມີຄວາມປາຖະຫນາສຳລັບ

ຄຳວ່າ“ ຄວາມປາຖະຫນາ” ສາມາດສະແດງອອກດ້ວຍຄຳ ກິລິຍາ“ປາຖະຫນາ” ຫລື“ ຕ້ອງການ”.ອາດຈະແປໄດ້ອີກວ່າ: "ພຣະອົງປາຖະຫນາ" ຫຼື "ພຣະອົງຈະຕ້ອງການ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ການວາງແຜນແຫ່ງ​ມືຂອງ​ພຣະ­ອົງ

ພຣະຫັດຂອງພຣະເຈົ້າເປັນຕົວແທນໃຫ້ພຣະອົງສ້າງສິ່ງຕ່າງໆ. ໂຢບຫມາຍເຖິງຕົນເອງວ່າເປັນວຽກງານຂອງພຣະຫັດຂອງພຣະເຈົ້າ. ອາດະແປໄດ້ອີກວ່າ: "ສຳລັບຂ້ານ້ອຍ, ຜູ້ທີ່ພຣະອົງໄດ້ສ້າງຂື້ນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-123person]])

ຈຳນວນ ແລະດູແລສຳລັບ

ຄຳກິລິຍາທັງສອງຄຳນີ້ສະແດງການກະທຳດຽວ. ອາດຈະແປໄດ້ອີກວ່າ: "ເອົາໃຈໃສ່ເບິ່ງແຍງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hendiadys)

ບາດ­ກ້າວທັງຫມົດ​ຂອງ​ຂ້າ­ນ້ອຍ

ບາດກ້າວເປັນຕົວແທນຂອງຊີວິດຂອງລາວ ຫລືສິ່ງທີ່ລາວເຮັດ ອາດຈະແປໄດ້ອີກວ່າ: "ຊີວິດຂອງຂ້ານ້ອຍ" ຫລື "ສິ່ງທີ່ຂ້້ນ້ອຍເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະ­ອົງ​ຈະບໍ່­ຊົງໄດ້​ຈ້ອງ​ຈັບ...​ຜິດຂອງ​ຂ້າ­ນ້ອຍ​...ພຣະ­ອົງຈະປົກປິດ

ສາມເສັ້ນນີ້ສະແດງຄວາມຄິດດຽວກັນ ແລະຖືກນຳໃຊ້ຮ່ວມກັນເພື່ອເນັ້ນຫນັກເຖິງຄວາມຫນັ້ນໃຈຂອງລາວທີ່ວ່າພຣະເຈົ້າຈະໃຫ້ອະໄພລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພຣະ­ອົງ​ຈະບໍ່­ຊົງໄດ້​ຈ້ອງ​ຈັບ​ຜິດຕາມຄວາມບາບຂອງ​ຂ້າ­ນ້ອຍ

ການຕິດຕາມຄວາມບາບຂອງໂຢບສະແດງເຖິງການຄິດເຖິງບາບຂອງລາວ. ອາດຈະແປໄດ້ອີກວ່າ: "ພຣະອົງຈະບໍ່ເບິ່ງບາບຂອງຂ້ານ້ອຍ" ຫລື "ພຣະອົງຈະບໍ່ຄິດກ່ຽວກັບບາບຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ການກະທຳຜິດ​ຂອງ​ຂ້າ­ນ້ອຍ ຈະຖືກ​ໃສ່​ໄວ້​ໃນ​ຖົງ​ທີ່​ປຣະ­ທັບ­ຕຣາ​ໄວ້

ການຍັບຍັ້ງການລ່ວງລະເມີດໃນຖົງຫມາຍເຖິງການເຊື່ອງແລະປະຕິເສດທີ່ຈະຄິດກ່ຽວກັບມັນ.ສາມາດຖືກລະບຸໄວ້ໃນຮູບແບບການກະທຳຢູ່. ອາດຈະແປໄດ້ອີກວ່າ: "ພຣະອົງອາດຈະປະຕິເສດທີ່ຈະຄິດກ່ຽວກັບການລ່ວງລະເມີດຂອງຂ້ານ້ອຍຄືກັບຄົນທີ່ເຊື່ອງບາງສິ່ງບາງຢ່າງໃນຖົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະ­ອົງຈະປົກປິດຄວາມ​ຊົ່ວ­ຊ້າ​ຂອງ​ຂ້າ­ນ້ອຍ

ການປົກປິດຊົ່ວຮ້າຍບາງຢ່າງເພື່ອຈະເບິ່ງບໍ່ເຫັນສະແດງເຖິງການປະຕິເສດທີ່ຈະຄິດ. ອາດຈະແປໄດ້ອີກວ່າ: "ພຣະອົງຈະປິດບັງຄວາມຊົ່ວຮ້າຍຂອງຂ້ານ້ອຍ" ຫລື "ພຣະອົງຈະບໍ່ສົນໃຈຄວາມຊົ່ວຮ້າຍຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)