lo_tn/job/14/10.md

3.2 KiB

ແລະ​­ເຂົາ​ຢູ່​ບ່ອນ​ໃດ​?

ໂຢບໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າເມື່ອຄົນເຮົາຕາຍ, ລາວບໍ່ຢູ່ນຳ. ອາດຈະແປໄດ້ອີກວ່າ: "ແລະບໍ່ມີໃຜຮູ້ວ່າລາວຢູ່ໃສ" ຫລື "ແລະລາວກໍຫາຍໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຫມືອນນ້ຳໃນ​ທະ­ເລ­ສາບທີ່ແຫ້ງ​ໄປ... ແລະ ກໍ​ເຫືອດ​ແຫ້ງ​

ຄວາມຈິງທີ່ວ່າຄວາມຕາຍບໍ່ສາມາດກັບຄືນໄດ້ແມ່ນປຽບທຽບກັບນໍ້າທີ່ແຫ້ງ ແລະບໍ່ສາມາດກັບຄືນມາໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຫມືອນນ້ຳທີ່ແຫ້ງ​ໄປ...​ເຫມືອນກັບແມ່­ນ້ຳທີ່ບໍ່ມີນໍ້າ

ສອງວະລີນີ້ກຳລັງອະທິບາຍເຖິງຄວາມຄິດດຽວກັນ ແລະຖືກເວົ້າຊໍ້າອີກເພື່ອເນັ້ນເຖິງຄວາມຈິງທີ່ວ່າຄວາມຕາຍແມ່ນສຸດທ້າຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ດັ່ງນັ້ນຄົນລົ້ມລົງ

ການນອນຫມາຍເຖິງຄວາມຕາຍ. ອາດຈະແປໄດ້ອີກວ່າ: "ດັ່ງນັ້ນຄົນເຮົາຈະຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະ ບໍ່ລຸກຂຶ້ນມາອີກ

ການລຸກຂຶ້ນອີກເທື່ອຫນຶ່ງສະແດງເຖິງການມີຊີວິດອີກຄັ້ງ. ອາດຈະແປໄດ້ອີກວ່າ: "ແລະຈະບໍ່ມີຊີວິດອີກຕໍ່ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກ­ເຂົາຈະບໍ່​ຕື່ນ​ຂຶ້ນ ຫລື ຖືກປຸກຈາກການນອນຫລັບຂອງ​ພວກ­ເຂົາ​

ວະລີສອງຢ່າງນີ້ມີຄວາມຫມາຍດຽວກັນ ແລະຖືກໃຊ້ຮ່ວມກັນເພື່ອເນັ້ນຫນັກວ່າຄວາມຕາຍເປັນສຸດທ້າຍ. ການນອນຫມາຍເຖິງຄວາມຕາຍ ແລະ ການຕື່ນຂື້ນຫມາຍເຖິງມີຊີວິດອີກຄັ້ງ. ອາດຈະແປໄດ້ອີກວ່າ: "ຄົນທີ່ຕາຍແລ້ວຈະບໍ່ມີຊີວິດອີກ ແລະ ຈະຖືກປຸກໃຫ້ຟື້ນຄືນຈາກຄວາມຕາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metaphor]])