lo_tn/job/14/04.md

3.1 KiB

ຂໍ້ມູນທົ່ວໄປ:

ຂໍ້ມູນທົ່ວໄປ: ໂຢບຍັງສືບຕໍ່ເວົ້າກັບພຣະເຈົ້າ.

ໃຜສາມາດນຳ​ສິ່ງ​ທີ່ສະ­ອາດ​ອອກ​ມາ​ຈາກບາງ​ສິ່ງ​ບໍ່​ສະ­ອາດ​ໄດ້ຢ່າງໃດ? ບໍ່ມີໃຜເຮັດຫຍັງເລີຍ?

ໂຢບໃຊ້ຄຳຖາມນີ້ເພື່ອຊັກຊວນໃຫ້ພຣະເຈົ້ານຳໃຊ້ສິ່ງທີ່ລາວຮູ້ກ່ຽວກັບສິ່ງທີ່ບໍ່ສະອາດຕໍ່ໂຢບ. ອາດຈະແປໄດ້ອີກວ່າ: "ບໍ່ມີໃຜສາມາດນຳສິ່ງທີ່ສະອາດອອກຈາກສິ່ງທີ່ບໍ່ສະອາດໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ວັນທັງຫລາຍຂອງມະນຸດ ກໍ​ຖືກ​ກຳ­ນົດ​ໄວ້​ແລ້ວ

ສິ່ງນີ້ສາມາດສະແດງອອກໃນຮູບແບບການກະທຳຢູ່. ອາດຈະແປອີກວ່າ: "ພຣະອົງກຳນົດວັນເວລາຂອງມະນຸດ" ຫລື "ພຣະອົງຕັດສິນໃຈວ່າມະນຸດຈະມີຊີວິດຢູ່ໄດ້ດົນປານໃດ" (ເບິ່ງເພີ່ມເເຕີມ: rc://*/ta/man/translate/figs-activepassive)

ຈຳ­ນວນ​ເດືອນທັງຫລາຍ​ຂອງ​ເຂົາ​ກໍ​ຢູ່​ກັບ​ພຣະ­ອົງ

ຈຳນວນເດືອນຂອງມະນຸດທີ່ຢູ່ກັບພຣະເຈົ້າຫມາຍເຖິງພຣະເຈົ້າຕັດສິນໃຈເລືອກຈຳນວນເດືອນທີ່ມະນຸດນັ້ນຈະມີຊີວິດຢູ່. "ພຣະອົງຕັດສິນໃຈວ່າລາວຈະມີຊີວິດຢູ່ໄດ້ຈັກເດືອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະ­ອົງ​ໄດ້​ຊົງກຳ­ນົດ​ຂອບ­ເຂດ​ຂອງ​ລາວ​ ວ່າລາວບໍ່ສາມາດຜ່ານ­ໄປ​ໄດ້

ການຈຳກັດກຳນົດຂອບເຂດຫມາຍເຖິງການມີຊີວິດຢູ່ໃນຊ່ວງເວລາທີ່ພຣະເຈົ້າໄດ້ກຳນົດໃຫ້ຄົນເຮົາຕາຍ. ອາດຈະແປອີກວ່າ: "ພຣະອົງໄດ້ກຳນົດເວລາທີ່ລາວຈະຕາຍ ແລະລາວຈະບໍ່ມີອາຍຸຍືນກວ່ານັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລູກຈ້າງ

ຜູ້ຊາຍທີ່ຖືກຈ້າງໃຫ້ເຮັດວຽກ ແລະ ກັບບ້ານຫລັງຈາກນັ້ນ.