lo_tn/job/13/26.md

6.2 KiB

ຂໍ້ມູນທົ່ວໄປ:

ໂຢບສຳເລັດການສະເຫນີຄະດີຂອງຕົນຕໍ່ພຣະເຈົ້າ.

ເພາະ​ພຣະ­ອົງ​ຊົງໄດ້​ຈາ­ຣຶກ​ສິ່ງ​ທີ່ຂົມ­ຂື່ນຕ່າງໆ

"ສິ່ງທີ່ຂົມຂື່ນ" ສະແດງເຖິງຂໍ້ກ່າວຫາ. ອາດຈະແປໄດ້ອີກວ່າ: "ພຣະອົງຂຽນຂໍ້ກ່າວຫາຕໍ່ຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງເຮັດໃຫ້ຂ້ານ້ອຍຮັບມໍຣະດົກຄວາມຊົ່ວຮ້າຍຂອງ​ໄວ​ຫນຸ່ມຂອງຂ້ານ້ອຍ​ຢູ່

ການສືບທອດຄວາມຊົ່ວຮ້າຍຂອງໄວຫນຸ່ມຂອງລາວ ແມ່ນການປຽບທຽບ. ຄວາມຫມາຍທີ່ອາດເປັນໄປໄດ້ແມ່ນຫມາຍເຖິງ 1) ເຮັດຄວາມຜິດຕໍ່ບາບຂອງໄວໄຫນຸ່ມຂອງລາວ. ອາດຈະແປໄດ້ອີກວ່າ: "ພຣະອົງເວົ້າວ່າຂ້ານ້ອຍຍັງຄົງມີຄວາມຜິດຕໍ່ບາບຂອງໄວຫນຸ່ມຂອງຂ້ານ້ອຍ" ຫລື 2) ຖືກລົງໂທດຍ້ອນບາບຂອງໄວຫນຸ່ມຂອງລາວ. ອາດຈະແປໄດ້ອີກວ່າ: "ພຣະອົງລົງໂທດຂ້ານ້ອຍສຳລັບບາບໃນໄວຫນຸ່ມຂອງຂ້ານ້ອຍ (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄວາມຊົ່ວຮ້າຍຂອງ​ໄວ​ຫນຸ່ມຂອງຂ້ານ້ອຍ​ຢູ່

ຄຳນາມທີ່ບໍ່ມີຕົວຕົນ "ໄວຫນຸ່ມ" ສາມາດແປກັບຄຳວ່າ "ຫນຸ່ມ". ອາດຈະແປໄດ້ອີກວ່າ: "ບາບທີ່ຂ້ານ້ອຍໄດ້ກະທຳເມື່ອຂ້ານ້ອຍຍັງຫນຸ່ມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພຣະອົງຊົງວາງຕີນຂອງຂ້ານ້ອຍໃນຫຸ້ນທັງຫລາຍ

ການເຮັດສິ່ງນີ້ສະແດງເຖິງການລົງໂທດໂຢບ ແລະເຮັດໃຫ້ລາວບໍ່ສາມາດດຳລົງຊີວິດໄດ້ຢ່າງອິສະລະຄືກັບວ່າໂຢບໄດ້ກະ ທຳຜິດ ແລະ ເປັນນັກໂທດ. ອາດຈະແປໄດ້ອີກວ່າ: "ມັນຄືກັບວ່າພຣະອົງເອົາຕີນຂອງຂ້ານ້ອຍໃສ່ຫຸ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃນຫຸ້ນທັງຫລາຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ກອບທີ່ເຮັດໃຫ້ຕີນຂອງນັກໂທດຢູ່ໃນສະຖານທີ່ເພື່ອວ່າເຂົາຈະບໍ່ສາມາດເຄື່ອນຍ້າຍໄປມາໄດ້ທັງສອງ ຫລື2) ໃສ່ໂຊ້ຕີນຂອງນັກໂທດທີ່ເຮັດໃຫ້ເຂົາຍາກທີ່ຈະຍ່າງ. ສິ່ງເຫລົ່ານີ້ຖືກໃຊ້ເປັນຮູບແບບຂອງການລົງໂທດ.

ພຣະ­ອົງ​ໄດ້ເຝົ້າເບິ່ງທາງທັງຫລາຍຂອງຂ້ານ້ອຍ

ເສັ້ນທາງຫມາຍເຖິງສິ່ງທີ່ໂຢບເຮັດ. ອາດຈະແປໄດ້ອີກວ່າ: "ທຸກຢ່າງທີ່ຂ້ານ້ອຍເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງຊົງກວດແຜ່ນດິນທີ່ຕີນຂອງຂ້ານ້ອຍໄດ້ຍ່າງ

ຕີນຂອງພຣະອົງເປັນຕົວແທນຂອງຄົນທີ່ຍ່າງ. ອາດຈະແປໄດ້ອີກວ່າ: "ພຣະອົງກວດເບິ່ງພື້ນທີ່ທີ່ຂ້ານ້ອຍຍ່າງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ພຣະອົງຊົງກວດແຜ່ນດິນທີ່ຕີນຂອງຂ້ານ້ອຍໄດ້ຍ່າງ

ການກວດສອບແຜ່ນດິນນີ້ເປັນຕົວແທນຂອງການກວດສອບທຸກສິ່ງທີ່ໂຢບໄດ້ເຮັດ. ອາດຈະແປໄດ້ອີກວ່າ: "ມັນຄືກັບວ່າພຣະອົງກວດເບິ່ງພື້ນທີ່ໆຂ້ອຍໄດ້ຍ່າງ" ຫລື "ພຣະອົງກວດເບິ່ງທຸກຢ່າງທີ່ຂ້້ນ້ອຍເຮັດຄືກັບຄົນທີ່ກວດເບິ່ງຕີນຂອງຄົນອື່ນຢູ່ເທິງແຜ່ນດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເປັນເຫມືອນສິ່ງເນົ່າເປື່ອຍທີ່ຕ້ອງຖິ້ມ

ໂຢບປຽບທຽບຊີວິດຂອງລາວກັບສິ່ງທີ່ກຳລັງເນົ່າເປື່ຶອຍ. ລາວ ກຳລັງຈະຕາຍຊ້າໆ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ປັນເຫມືອນຜ້າທີ່ຖືກໂຕມອດກັດກິນກໍຕາມ

ໂຢບປຽບທຽບຕົນເອງກັບເຄື່ອງນຸ່ງທີ່ເຕັມໄປດ້ວຍຮູຂຸມເພາະວ່າຫນອນຂອງແມງເມົ່າໄດ້ກິນສ່ວນຂອງມັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)