lo_tn/job/13/23.md

2.7 KiB

ຂໍ້ມູນທົ່ວໄປ:

ໂຢບສືບຕໍ່ເວົ້າກັບພຣະເຈົ້າ.

ເປັນ­ຫຍັງ​ພຣະ­ອົງ​ຈິ່ງຊົງ​ຫັນ​ຫນ້າຂອງພຣະອົງຈ...​ເຫມືອນເປັນ​ສັດ­ຕຣູ​ຂອງ​ພຣະ­ອົງ?

ໂຢບຖາມຄຳຖາມນີ້ຈົ່ມວ່າພຣະເຈົ້າປະຕິບັດກັບລາວແນວໃດ. ລາວອາດຈະຫວັງວ່າຈະໄດ້ຮັບຄຳຕອບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພຣະ­ອົງ​ຈິ່ງຊົງ​ຫັນ​ຫນ້າຂອງພຣະອົງຈາກຂ້ານ້ອຍ

ການເຊື່ອງໃບຫນ້າຈາກຜູ້ໃດຜູ້ຫນຶ່ງຫມາຍເຖິງການປະຕິເສດທີ່ຈະເບິ່ງລາວ ຫລື ບໍ່ສົນໃຈລາວ. ອາດຈະແປໄດ້ອີກວ່າ: "ພຣະອົງປະຕິເສດທີ່ຈະເບິ່ງຂ້ານ້ອຍ" ຫລື "ພຣະອົງບໍ່ສົນໃຈຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະ­ອົງ​ຈະຂົ່ມເຫັງ...ເປັນເຫມືອນ​ເຟືອງ​ແຫ້ງນີ້​ບໍ?

ໂຢບໃຊ້ຄຳຖາມເຫລົ່ານີ້ເພື່ອບອກພຣະເຈົ້າວ່າເນື່ອງຈາກໂຢບບໍ່ສຳຄັນ ແລະ ອ່ອນແອຈຶ່ງບໍ່ມີປະໂຫຍດທີ່ຈະຂົ່ມເຫັງລາວ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-parallelism]])

ໃບ​ໄມ້​ທີ່​ຖືກ​ລົມ­ພັດ​ຫັກ...ເປັນເຫມືອນ​ເຟືອງ​ແຫ້ງ

"ໃບໄມ້" ແລະ "ຕໍເສດ" ແມ່ນຄຳປຽບທຽບທີ່ບັນຍາຍເຖິງຈຸດອ່ອນແອ, ຄວາມບໍ່ສຳຄັນ ແລະຄວາມອ່ອນແອຂອງໂຢບ. ອາດຈະແປໄດ້ອີກວ່າ: "ພຣະອົງຂົ່ມເຫັງຂ້ານ້ອຍ, ແຕ່ຂ້ານ້ອຍອ່ອນແອຄືກັບໃບໄມ້ທີ່ຖືກລົມພັດ ແລະບໍ່ສຳຄັນຄືກັບເຟືອງແຫ້ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)