lo_tn/job/13/18.md

2.9 KiB

ຂໍ້ມູນທົ່ວໄປ:

ໂຢບສືບຕໍ່ເວົ້າກັບພຣະເຈົ້າ.

ເບິ່ງ​ແມ ເວລານີ້

ສິ່ງນີ້ເນັ້ນຫນັກເຖິງສິ່ງທີ່ຕາມມາ. "ຟັງດຽວນີ້" ຫລື "ກະລຸນາເອົາໃຈໃສ່ເປັນພິເສດ"

ຂໍໂຜດເບິ່ງ ຂ້ານ້ອຍໄດ້ຕັ້ງການປ້ອງກັນຂອງຂ້ານ້ອຍ

ການຕັ້ງການປ້ອງກັນຂອງລາວໃຫ້ເປັນລະບຽບເປັນຫມາຍເຖິງການຕັດສິນໃຈວ່າລາວຈະເວົ້າຫຍັງເພື່ອປ້ອງກັນຕົວເອງ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍໄດ້ຄິດໂດຍຜ່ານວິທີທີ່ຂ້ອຍຈະປ້ອງກັນຕົວເອງ" ຫລື "ຂ້ານ້ອຍໄດ້ຕັດສິນໃຈວ່າຂ້ານ້ອຍຈະອະທິບາຍຕົວເອງແນວໃດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃຜ​ນໍ ຄວນຄົນທີ່ໂຕ້ຖຽງກັບຂ້ານ້ອຍໃນສານຫລື?

ໂຢບໃຊ້ຄຳຖາມນີ້ເພື່ອສະແດງຄວາມເຊື່ອຂອງລາວວ່າຍ້ອນວ່າລາວເວົ້າຖືກ, ບໍ່ມີໃຜຈະໂຕ້ຖຽງກັບລາວ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍບໍ່ເຊື່ອວ່າຜູ້ໃດຈະໂຕ້ຖຽງກັບຂ້ານ້ອຍໃນສານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຖ້າຫາກພຣະອົງສະເດັດມາເພື່ອເຮັດສິ່ງນີ້

"ຖ້າພຣະອົງມາໂຕ້ຖຽງກັບຂ້ານ້ອຍ"

ຖ້າຫາກພຣະອົງ

"ພຣະອົງ" ນີ້ຫມາຍຄວາມວ່າພຣະເຈົ້າ.

ຖ້າຂ້ານ້ອຍໄດ້ຮັບການພິສູດວ່າຜິດແທ້

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳຢູ່. ອາດຈະແປໄດ້ອີກວ່າ: "ຖ້າພຣະອົງພິສູດຂ້ານ້ອຍຜິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຍອມມອບຊີວິດຂອງຂ້ານ້ອຍ

ການສະລະຊີວິດຂອງຄົນເຮົາແມ່ນການປຽບທຽບການຕາຍ. ອາດຈະແປໄດ້ອີກວ່າ: "ຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)