lo_tn/job/13/16.md

2.3 KiB

ນີ້ຈະເປັນເຫດຜົນສຳລັບການພົ້ນຜິດຂອງຂ້ານ້ອຍ

ຄຳນາມທີ່ບໍ່ມີຕົວຕົນ "ການພົ້ນ" ສາມາດສະແດງອອກດ້ວຍຄຳກິລິຍາ "ພົ້ນ." ອາດຈະແປໄດ້ອີກວ່າ: "ນີ້ແມ່ນເຫດຜົນທີ່ວ່າພຣະເຈົ້າຈະປົດປ່ອຍຂ້ອຍ" ຫລື "ນີ້ແມ່ນເຫດຜົນທີ່ວ່າພຣະເຈົ້າຈະເວົ້າວ່າຂ້ອຍບໍ່ມີຄວາມຜິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຂ້າແດ່ພຣະເຈົ້າ, ຂໍ​ຊົງຟັງ​ ດ້ວຍຄວາມເອົາໃຈໃສ່

ໂຢບເລີ່ມຕົ້ນຊີ້ນໍາຄໍາເວົ້າຂອງລາວໂດຍກົງຕໍ່ພຣະເຈົ້າ.

ຂໍ​ຊົງຟັງ​ຖ້ອຍ­ຄຳ​ຂອງ​ຂ້ານ້ອຍ ດ້ວຍຄວາມເອົາໃຈໃສ່; ຂໍໃຫ້ຄຳປະກາດຂອງຂ້ານ້ອຍມາເຖິງຫູຂອງພຣະອົງ.

ສອງເສັ້ນນີ້ຫມາຍຄວາມວ່າໂດຍພື້ນຖານແລ້ວເປັນສິ່ງດຽວກັນ ແລະເພີ່ມທະວີການຮ້ອງຂໍຂອງໂຢບ ເພື່ອໃຫ້ພຣະເຈົ້າຟັງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຂໍໃຫ້ຄຳປະກາດຂອງຂ້ານ້ອຍມາເຖິງຫູຂອງພຣະອົງ

ຄຳນາມທີ່ບໍ່ມີຕົວຕົນ "ການປະກາດ" ສາມາດສະແດງອອກດ້ວຍຄຳກິລີຍາວ່າ "ປະກາດ." ຫູເປັນຕົວແທນຂອງການຟັງ. ອາດຈະແປໄດ້ອີກວ່າ: "ຟັງຄຳປະກາດຂອງພຣະອົງ" ຫລື "ຟັງສິ່ງທີ່ພຣະອົງປະກາດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-metonymy]])