lo_tn/job/13/09.md

2.7 KiB

ເມື່ອ​ພຣະ­ອົງຊົງ​ໄດ້​ຄົ້ນ​ພົບພວກ​ເຈົ້າ ມັນຈະມີ​ຜົນດີ​ແກ່​ເຈົ້າ​

ທີ່ນີ້ "ຄົ້ນຫາເຈົ້າ" ແມ່ນຄຳປຽບທຽບທີ່ມີຄວາມຫມາຍວ່າ "ກວດສອບເຈົ້າ." ໂຢບໃຊ້ຄຳຖາມນີ້ເພື່ອເຕືອນເພື່ອນຂອງລາວວ່າ ຖ້າພຣະເຈົ້າກວດເບິ່ງພວກເຂົາ, ພຣະອົງຈະເວົ້າວ່າສິ່ງທີ່ພວກເຂົາເຮັດແມ່ນບໍ່ຖືກຕ້ອງ. ອາດຈະແປໄດ້ອີກວ່າ: "ຖ້າພຣະເຈົ້າກວດເບິ່ງເຈົ້າ, ມັນຈະບໍ່ດີ ສຳລັບເຈົ້າ." (ເບິ່ງ: rc://*/ta/man/translate/figs-rquestion)

ພວກເຈົ້າສາມາດ​ຈະ​ເຍາະ­ເຍີ້ຍ​ພຣະ­ອົງ​ໄດ້​ເຫມືອນ​ກັບທີ່ພວກເຈົ້າ​ເຍາະ­ເຍີ້ຍ​ມະ­ນຸດ​ໄດ້ຢ່າງນັ້ນບໍ?

ໂຢບໃຊ້ຄຳຖາມນີ້ເພື່ອເຕືອນເພື່ອນຂອງລາວວ່າພຣະເຈົ້າຮູ້ຄວາມຈິງກ່ຽວກັບພວກເຂົາ. ອາດຈະແປໄດ້ອີກວ່າ: "ເຈົ້າອາດຈະສາມາດຫລອກລວງມະນຸດ, ແຕ່ເຈົ້າບໍ່ສາມາດຫລອກລວງພຣະເຈົ້າໄດ້." (ເບິ່ງ: rc://*/ta/man/translate/figs-rquestion)

ລົງ­ໂທດພວກ​ເຈົ້າ​ທັງ­ຫລາຍ​

"ສັ່ງຫ້າມເຈົ້າ"

ຖ້າພວກເຈົ້າ​ສະ­ແດງ​ຄວາມ​ລຳ­ອຽງ​ຢ່າງ​ລັບໆ

ການສະແດງຄວາມລຳອຽງຫມາຍເຖິງການເວົ້າແຕ່ສິ່ງດີໆກ່ຽວກັບບາງຄົນ ເພື່ອໃຫ້ຜູ້ພິພາກສາເວົ້າວ່າຄົນນັ້ນດີ. ການເຮັດແບບນີ້ຢ່າງລັບໆຫມາຍຄວາມວ່າ ທຳທ່າເວົ້າທີ່ທ່ຽງທັມ, ແຕ່ກໍ່ເປັນທີ່ນິຍົມຕໍ່ຄົນຫນຶ່ງຫລາຍກວ່າຄົນອື່ນ. ອາດຈະແປໄດ້ອີກວ່າ: "ຖ້າເຈົ້າສະແດງຄວາມໂປດປານແກ່ຄົນອື່ນ"