lo_tn/job/13/03.md

3.2 KiB

ຂ້ານ້ອຍ​ປາ­ຖະ­ຫນາໃຫ້ເຫດຜົນຕໍ່​​ພຣະ­ເຈົ້າ

ເພື່ອນຂອງໂຢບກຳລັງຕັດສິນລາວ, ແຕ່ພວກເຂົາບໍ່ເວົ້າຄວາມຈິງ. ໂຢບຈະໂຕ້ຖຽງກັບພຣະເຈົ້າຜູ້ດຽວກ່ຽວກັບການຮ້ອງທຸກຂອງລາວ.

ເຈົ້າຈະປ້າຍສີຄວາມຈິງ​ດ້ວຍ​ການ​ຂີ້­ຕົວະ

ການໃສ່ປູນຂາວ ຫລື ໂບກປູນສີຂາວໃສ່ຄວາມຈິງແມ່ນຫມາຍເຖິງການບໍ່ສົນໃຈຄວາມຈິງ. ອາດຈະແປໄດ້ອີກວ່າ: "ເຈົ້າປິດບັງຄວາມຈິງດ້ວຍຄຳຂີ້ຕົວະ" ຫລື "ເຈົ້າຂີ້ຕົວະ ແລະບໍ່ສົນໃຈຄວາມຈິງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຈົ້າ​ທັງຫລາຍເປັນ​ແພດ​ທີ່​ໃຊ້​ບໍ່­ໄດ້

ການເປັນຫມໍຫມາຍເຖິງເປັນຄົນທີ່ປອບໂຍນແກ່ຄົນອື່ນ. ການບໍ່ມີຄຸນຄ່າຫມາຍຄວາມວ່າ ພວກເຂົາບໍ່ຮູ້ວິທີທີ່ຈະເຮັດໃນສິ່ງທີ່ພວກເຂົາຄວນເຮັດ. ອາດຈະແປໄດ້ອີກວ່າ: "ເຈົ້າທຸກຄົນເປັນຫມໍທີ່ບໍ່ຮູ້ວິທີປິ່ນປົວຄົນອື່ນ" ຫລື "ເຈົ້າທັງຫມົດປອບໂຍນຂ້ອຍ, ແຕ່ເຈົ້າບໍ່ຮູ້ວິທີ, ຄືກັບແພດທີ່ບໍ່ມີທັກສະ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຢຶດຫມັ້ນໃນສັນຕິຂອງພວກເຈົ້າ

ສຳນວນນີ້ຫມາຍຄວາມວ່າ "ງຽບ" ຫລື "ຢຸດເວົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ນັ້ນ​ຈະ​ເປັນ​ສະ­ຕິ­ປັນ­ຍາ​ຂອງ​ພວກເຈົ້າ

ພວກເຂົາຄິດວ່າພວກເຂົາກຳລັງເວົ້າສິ່ງທີ່ມີປັນຍາ, ແຕ່ໂຢບເວົ້າວ່າພວກເຂົາຈະສະຫລາດຖ້າພວກເຂົາຈະຢຸດເວົ້າ. ຄຳ ນາມທີ່ບໍ່ມີຕົວຕົນ "ສະຕິປັນຍາ" ສາມາດສະແດງອອກດ້ວຍຄຳວ່າ "ປັນຍາ". ອາດະແປໄດ້ອີກວ່າ: "ຖ້າທ່ານຢາກເຮັດສິ່ງນັ້ນ, ທ່ານຈະສະຫລາດ" ຫລື "ຖ້າທ່ານຕ້ອງຢຸດເວົ້າ, ທ່ານຈະສະຫລາດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)