lo_tn/job/12/24.md

3.1 KiB

ພຣະ­ອົງຊົງ​ໄດ້​ນຳ​ຄວາມ​ເຂົ້າ­ໃຈ​ອອກໄປ​ ຈາກບັນດາຜູ້ປົກຄອງປະຊາຊົນເທິງແຜ່ນດິນ​ໂລກນີ້

ການປະຖີ້ມຄວາມເຂົ້າໃຈຂອງພວກເຂົາສະແດງໃຫ້ພວກເຂົາບໍ່ສາມາດເຂົ້າໃຈໄດ້. ອາດຈະແປໄດ້ອີກວ່າ: "ພຣະອົງເຮັດໃຫ້ຜູ້ ນຳຂອງປະຊາຊົນໃນໂລກບໍ່ສາມາດເຂົ້າໃຈໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພະ­ເນ­ຈອນ​ໄປ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ ຊຶ່ງ​ບໍ່­ມີ​ຫົນທາງ

ການເດີນທາງຢູ່ໃນຖິ່ນແຫ້ງແລ້ງກັນດານບ່ອນທີ່ບໍ່ມີເສັ້ນທາງສະແດງເຖິງການຕົກຢູ່ໃນສະຖານະການທີ່ຫຍຸ້ງຍາກແລະບໍ່ຮູ້ວ່າຈະເຮັດແນວໃດ. ອາດຈະແປໄດ້ອີກວ່າ: "ບໍ່ແນ່ໃຈວ່າໃນສິ່ງທີ່ຕ້ອງການຈະເຮັດຄືກັບຄົນທີ່ຫລົງທາງຢູ່ໃນດິນທີ່ແຫ້ງແລ້ງ ແລະບໍ່ມີເສັ້ນທາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກ­ເຂົາ​ທັງ­ຫລາຍ​ງົມ​ຢູ່­ໃນ​ຄວາມ​ມືດ ປາ­ສະຈາກ​ຄວາມ​ສະ­ຫວ່າງ

ການຢູ່ໃນຄວາມມືດໂດຍບໍ່ມີຄວາມສະຫວ່າງສະແດງເຖິງການຂາດຄວາມຮູ້. ອາດຈະແປໄດ້ອີກວ່າ: "ພວກເຂົາດີ້ນລົນໃນການຕັດສິນໃຈໂດຍບໍ່ມີຄວາມຮູ້ໃນຂະນະທີ່ຄົນເຮົາພະຍາຍາມຍ່າງຢູ່ໃນຄວາມມືດໂດຍບໍ່ມີແສງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ພຣະ­ອົງ​ໄດ້​ເຮັດ­ໃຫ້​ພວກ­ເຂົາ​ໂຊ​ເຊ​ເຫມືອນກັບ​ຄົນ​ເມົາ

ໂຊເຊ ຫລື ຫລົງທາງຄືກັບຄົນເມົາເຫລົ້າຫມາຍເຖິງການ ມີຊີວິດຢູ່ໂດຍບໍ່ມີຈຸດປະສົງ. ອາດຈະແປໄດ້ອີກວ່າ: "ພຣະອົງເຮັດໃຫ້ພວກເຂົາມີຊີວິດຢູ່ໂດຍບໍ່ມີຈຸດປະສົງຄືກັບຄົນທີ່ເມົາເຫລົ້າທີ່ຍ່າງໂຊເຊໃນເວລາກຳລັງຍ່າງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)