lo_tn/job/12/19.md

4.0 KiB

ພຣະ­ອົງຊົງ​ໄດ້​ນຳໃຫ້ພວກປະໂລຫິດໄປ​ຕົວ​ເປົ່າໃນຄວາມໂສກເສົ້າ

ພວກປະໂລຫິດທີ່ນຳຫນ້າຕີນເປົ່າຫມາຍເຖິງການສະລະສິດ ອຳນາດຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃນໂສກເສົ້າ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມໂສກເສົ້າ" ສາມາດສະແດງອອກດ້ວຍຄໍາວ່າ "ເສົ້າ" ຫລື "ເສຍໃຈ" ອາດຈະແປໄດ້ອີກວ່າ: "ແລະພວກເຂົາຮູ້ສຶກເສົ້າສະຫລົດໃຈຫລາຍ" ຫລື "ແລະພວກເຂົາເສຍໃຈຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຊົງ​ໄດ້​ລົ້ມ​ຜູ້​ມີ​ກຳ­ລັງ​ເສຍ

"ເອົາຊະນະຜູ້ທີ່ມີອຳນາດ"

ພຣະ­ອົງຊົງກຳຈັດ​ຄຳ​ເວົ້າຂອງຄົນເຫລົ່ານັ້ນທີ່ໄດ້ຮັບຄວາມໄວ້ວາງໃຈ

ການຖອນຄຳເວົ້າຂອງພວກເຂົາຫມາຍເຖິງເຮັດໃຫ້ພວກເຂົາເວົ້າບໍ່ໄດ້. ອາດະແປໄດ້ອີກວ່າ: "ພຣະອົງເຮັດໃຫ້ຜູ້ທີ່ເຊື່ອຖືບໍ່ສາມາດເວົ້າ" ຫລື "ພຣະອົງມິດງຽບຜູ້ທີ່ຄົນອື່ນໄວ້ໃຈ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເອົາຄວາມເຂົ້າໃຈອອກໄປຈາກພວກຜູ້ໃຫ່ຍ

ການຖີ້ມຄວາມເຂົ້າໃຈຂອງພວກເຂົາສະແດງໃຫ້ພວກເຂົາບໍ່ສາມາດເຂົ້າໃຈຫລືຕັດສິນໃຈໄດ້ດີ. ອາດຈະແປໄດ້ອີກວ່າ: "ເຮັດໃຫ້ຜູ້ໃຫ່ຍບໍ່ສາມາດເຂົ້າໃຈ" ຫລື "ເຮັດໃຫ້ຜູ້ໃຫ່ຍບໍ່ສາມາດຕັດສິນໃຈທີ່ດີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກຜູ້ໃຫ່ຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຜູ້ໃຫ່ຍ ຫລື 2) ຜູ້ນຳ.

ພຣະ­ອົງ​ໄດ້​ຖອກ​ຄວາມ​ອັບ­ອາຍ​ເທິງບັນດາ​ເຈົ້າ​ຊາຍ

ການດູຖູກເຈົ້າຊາຍແມ່ນການປຽບທຽບທີ່ເຮັດໃຫ້ຜູ້ຄົນຮູ້ສຶກດູຫມິ່ນປະຫມາດເຂົາເຈົ້າ. ອາດຈະແປໄດ້ອີກວ່າ: "ພຣະອົງເຮັດໃຫ້ຄົນບໍ່ເຄົາລົບຜູ້ທີ່ປົກຄອງຢ່າງຫລວງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໄດ້​ກະ­ທຳ­ໃຫ້​ຜູ້​ທີ່​ແຂງ­ແຮງ​ອ່ອນ​ກຳ­ລັງ

ສາຍແອວແມ່ນສັນຍາລັກຂອງຄວາມເຂັ້ມແຂງ. ການບໍ່ປັບສາຍແອວຂອງຄົນທີ່ແຂງແຮງຫມາຍເຖິງການລົດກຳລັງຂອງລາວ ແລະເຮັດໃຫ້ລາວອ່ອນແອລົງ. ອາດຈະແປໄດ້ອີກວ່າ: "ເຮັດໃຫ້ຄົນແຂງແຮງອ່ອນແອ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)