lo_tn/job/12/11.md

2.9 KiB

ຫູບໍ່ໄດ້​ຊີມ​ຖ້ອຍ­ຄຳຕ່າງໆ ເຫມືອນກັບເພດານຊີມ​ຣົດ​ອາ­ຫານ​ບໍ່​ແມ່ນ​ຫລື?

ໂຢບໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າຄົນເຮົາຈະຟັງສິ່ງທີ່ຄົນອື່ນເວົ້າ ແລະຕັດສິນວ່າມັນດີ ຫລືບໍ່. ຫູ ແລະເພດານປາກແມ່ນແບບປຽບທຽບສຳລັບການໄດ້ຍິນ ແລະລົດຊາດ. ອາດຈະແປໄດ້ອີກວ່າ: "ພວກເຮົາໄດ້ຍິນສິ່ງທີ່ຄົນເວົ້າ ແລະທົດສອບຄືກັນກັບວ່າ ພວກເຮົາຈະລອງຊີມອາຫານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-metonymy]] ແລະ rc://*/ta/man/translate/figs-simile)

ຜູ້ຄົນທີ່ມີອາຍຸພ້ອມກັບສະ­ຕິ­ປັນ­ຍາ

"ຜູ້ສູງອາຍຸມີປັນຍາ." ຄຳນາມທີ່ບໍ່ມີຕົວຕົນ "ປັນຍາ" ສາມາດສະແດງອອກດ້ວຍ "ສະຕິປັນຍາ". ຄຳວ່າ "ຜູ້ຄົນ" ຫມາຍເຖິງຄົນທົ່ວໄປ. ອາດຈະແປໄດ້ອີກວ່າ: "ຄົນມີອາຍຸແມ່ນສະຫລາດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-gendernotations]])

ວັນທັງຫລາຍກໍຄືຄວາມເຂົ້າໃຈ

ວະລີ 'ໄລຍະເວລາຂອງວັນ "ແມ່ນຄຳເວົ້າທີ່ໃຊ້ສຳລັບການ ດຳລົງຊີວິດເປັນເວລາດົນນານ. ຄວາມເຂົ້າໃຈໃນໄລຍະເວລາຂອງວັນຫມາຍເຖິງໃຫ້ຜູ້ຄົນມີຄວາມເຂົ້າໃນເວລາທີ່ມີຊີວິດຢູ່ດົນນານ. ຄຳນາມທີ່ບໍ່ມີຕົວຕົນ " ຄວາມເຂົ້າໃຈ" ສາມາດສະແດງອອກດ້ວຍຄຳວ່າ "ເຂົ້າໃຈຫລາຍ. " ອາດຈະແປໄດ້ອີກວ່າ: "ຜູ້ຄົນໄດ້ຮັບຄວາມເຂົ້າໃຈເມື່ອພວກເຂົາມີຊີວິດຢູ່ດົນນານ" ຫລື "ຄົນທີ່ມີຊີວິດຢູ່ດົນນານເຂົ້າໃຈຫລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-abstractnouns]])