lo_tn/job/12/09.md

2.3 KiB

ສັດຕົວໃດໃນທ່າມສິ່ງທັງຫມົດເຫລົ່ານີ້ ທີ່ບໍ່ຮູ້...ເຮັດສິ່ງນີ້ບໍ?

ຄຳຖາມນີ້ເນັ້ນຫນັກເຖິງຈຸດທີ່ສັດທັງຫມົດຮູ້ວ່າພຣະຢາເວ ໄດ້ເຮັດສິ່ງນີ້. ຫມາຍຄວາມວ່າ, "ສັດທຸກຕົວຮູ້ ... ສິ່ງນີ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion|Rhetorical Question)

ມືຂອງພຣະຢາເວເອງໄດ້ເຮັດສິ່ງນີ້ບໍ?

ພຣະຫັດຂອງພຣະຢາເວສະແດງເຖິງອຳນາດຂອງພຣະອົງ ອາດຈະແປໄດ້ອີກວ່າ: "ພຣະຢາເວໄດ້ເຮັດສິ່ງນີ້ໂດຍອຳນາດຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy | Metonymy)

ໃນມືຂອງພຣະອົງ ຄືຊີວິດຂອງທຸກສິ່ງທີ່ມີຊີວິດຢູ່ ແລະລົມຫາຍໃຈຂອງມວນມະນຸດທັງຫມົດ

ພຣະຫັດຂອງພຣະຢາເວສະແດງເຖິງການຄວບຄຸມ ຫລື ອຳນາດຂອງພຣະອົງ. ສິ່ງທີ່ຢູ່ໃນມືຂອງພຣະອົງສະແດງເຖິງຄວາມສາມາດຂອງພຣະອົງທີ່ຈະຄວບຄຸມພວກມັນ. ອາດຈະແປໄດ້ອີກວ່າ: "ຜູ້ທີ່ຄວບຄຸມຊີວິດຂອງທຸກໆສິ່ງທີ່ມີຊີວິດແລະໃຫ້ລົມຫາຍໃຈແກ່ມະນຸດທຸກຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy | Metonymy)

ລົມຫາຍໃຈຂອງມວນມະນຸດທັງຫມົດ

"ລົມຫາຍໃຈ" ຫມາຍເຖິງຊີວິດ ຫລື ຄວາມສາມາດໃນການດຳ ລົງຊີວິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy | Metonymy)