lo_tn/job/11/10.md

3.2 KiB

ຖ້າ​ພຣະ­ອົງ...ປິດປາກໃຜຄົນຫນຶ່ງ

"ຖ້າພຣະເຈົ້າ ... ຈະປິດຜູ້ໃດຜູ້ຫນຶ່ງໃນຄຸກ"

ຖ້າພຣະອົງ​ຊົງ​ເອີ້ນໃຜຄົນຫນຶ່ງ ເພື່ອພິພາກສາ, ແລ້ວໃຜຈະທີ່ສາມາດ​ຂັດ­ຂວາງ​ພຣະ­ອົງ​ໄດ້?

ຄຳນາມທີ່ບໍ່ມີຕົວຕົນ "ການພິພາກສາ" ສາມາດແປຄຳກິລິຍາ "ພິພາກສາ." ອາດຈະແປໄດ້ອີກວ່າ: "ຖ້າພຣະເຈົ້າເອີ້ນຜູ້ໃດໃຫ້ໄປຫາພຣະອົງເພື່ອວ່າພຣະເຈົ້າຈະຕັດສິນເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ໃຜຈະທີ່ສາມາດ​ຂັດ­ຂວາງ​ພຣະ­ອົງ​ໄດ້?

ຄຳຖາມນີ້ເນັ້ນຫນັກວ່າບໍ່ມີໃຜສາມາດຢຸດຢັ້ງພຣະເຈົ້າໄດ້. ອາດຈະແປໄດ້ອີກວ່າ: "ບໍ່ມີໃຜສາມາດຢຸດພຣະອົງໄດ້!" (ເບິ່ງ: rc://*/ta/man/translate/figs-rquestion)

ພຣະ­ອົງ​ຈະ​ບໍ່­ຊົງສັງເກດຢ່າງນັ້ນຫລື?

ສິ່ງນີ້ເນັ້ນຫນັກວ່າພຣະເຈົ້າສັງເກດເຫັນຄວາມບາບ. ອາດຈະແປໄດ້ອີກວ່າ: "ພຣະອົງສັງເກດເຫັນມັນຢ່າງແນ່ນອນ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ແຕ່​ຄົນໂງ່ຍ່ອມບໍ່ມີຄວາມເຂົ້າໃຈ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມເຂົ້າໃຈ" ສາມາດສະແດງອອກດ້ວຍຄຳກິລິຍາ "ເຂົ້າໃຈ." ອາດຈະແປໄດ້ອີກວ່າ: "ແຕ່ຄົນໂງ່ຈ້າບໍ່ເຂົ້າໃຈ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພວກເຂົາຈະຮັບມັນ ກໍຕໍ່ເມື່ອລວາປ່າຕົວຫນຶ່ງເກີດລູກອອກມາເປັນມະນຸດ

ເນື່ອງຈາກວ່າລາປ່າບໍ່ສາມາດເກີດລູກເປັນຄົນໄດ້, ນີ້ຫມາຍຄວາມວ່າຄົນໂງ່ຈະບໍ່ມີຄວາມເຂົ້າໃຈເລີຍ. ອາດຈະແປໄດ້ອີກວ່າ: "ຖ້າລາປ່າສາມາດເກີດລູກເປັນຄົນໄປໄດ້ຄົນໂງ່ໄດ້ເຂົ້າໃຈ" ຫລື "ມັນເປັນໄປບໍ່ໄດ້ສຳລັບຄົນໂງ່ທີ່ເຂົ້າໃຈເຊັ່ນດຽວກັບລາທີ່ຈະໃຫ້ເກີດເປັນມະນຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-irony )