lo_tn/job/11/07.md

4.7 KiB
Raw Permalink Blame History

ເຈົ້າສາມາດເຂົ້າໃຈພຣະເຈົ້າໄດ້ດ້ວຍການສະແຫວງຫາພຣະອົງຢ່າງນັ້ນຫລື? ທ່ານສາມາດເຂົ້າໃຈ​ອົງ​ຜູ້​ມີ​ຣິດ​­ທາ­ນຸ­ພາບ​ໄດ້​ຢ່າງຄົບຖ້ວນຢ່າງນັ້ນຫລື?

ຄຳຖາມຄູ່ຂະຫນານສອງຂໍ້ນີ້ຖາມໃນສີ່ງດຽວກັນ. ຜູ້ຂຽນໃຊ້ຮູບແບບຂອງຄຳຖາມເພື່ອເພີ່ມຄວາມສຳຄັນ. ອາດຈະແປໄດ້ອີກວ່າ: "ທ່ານບໍ່ສາມາດເຂົ້າໃຈພຣະເຈົ້າໄດ້ໂດຍການຄົ້ນຫາພຣະອົງ, ແລະທ່ານຈະບໍ່ເຂົ້າໃຈພຣະເຈົ້າຜູ້ມີຣິດທານຸພາບຢ່າງສົມບູນ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-rquestion]])

ເລື່ອງລາວນີ້

ສິ່ງນີ້ຫມາຍເຖິງການເຂົ້າໃຈພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ເພື່ອເຂົ້າໃຈພຣະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ກໍສູງເຫນືອຟ້າສະຫວັນ...ເລິກກວ່າແດນຄົນຕາຍ

ຄວາມເປັນໄປບໍ່ໄດ້ຂອງຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້ຖືກກ່າວເຖິງວ່າມັນເປັນໄປບໍ່ໄດ້ທີ່ຈະໄປສະຖານທີ່ໆຢູ່ໄກແສນໄກນີ້. ອາດຈະແປໄດ້ອີກວ່າ: "ບໍ່ສາມາດເຂົ້າເຖິງໄດ້ເປັນສະຖານທີ່ສູງທີ່ສຸດໃນສະຫວັນ ... ບໍ່ແມ່ນສາມາດເຂົ້າເຖິງໄດ້ຫລາຍກ່ວາສະຖານທີ່ໆເລິກທີ່ສຸດໃນແດນຄົນຕາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-simile]])

ເຈົ້າ​ສາມາດ​ເຮັດສິ່ງໃດ​ໄດ້ຫລື?

ໂຊຟາໃຊ້ຄຳຖາມນີ້ເພື່ອສະແດງໃຫ້ເຫັນວ່າບຸກຄົນໃດຫນຶ່ງບໍ່ສາມາດເຮັດຫຍັງເພື່ອເຂົ້າໃຈພຣະເຈົ້າຢ່າງເຕັມສ່ວນ. ອາດຈະແປໄດ້ອີກວ່າ: "ທ່ານບໍ່ສາມາດເຮັດຫຍັງໄດ້" ຫລື "ທ່ານບໍ່ສາມາດເຂົ້າໃຈພຣະອົງໄດ້ຢ່າງເຕັມສ່ວນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຈົ້າສາມາດຮູ້ໄດ້ຢ່າງໃດຫລື?

ໂຊຟາໃຊ້ຄຳຖາມນີ້ເພື່ອສະແດງໃຫ້ເຫັນວ່າບຸກຄົນໃດຫນຶ່ງບໍ່ສາມາດເຮັດຫຍັງເພື່ອຮູ້ຈັກພຣະເຈົ້າຢ່າງເຕັມສ່ວນ. ອາດຈະແປໄດ້ອີກວ່າ: "ທ່ານບໍ່ສາມາດຮູ້ຈັກພຣະເຈົ້າຢ່າງເຕັມທີ່" ຫລື "ທ່ານບໍ່ສາມາດຮູ້ທຸກສິ່ງທີ່ຕ້ອງຮູ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ວັດແທກຂະຫນາດຂອງມັນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນສິ່ງນີ້ຫມາຍເຖິງ 1) ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ຫລື 2) ຄວາມຍິ່ງໃຫຍ່ຂອງປັນຍາຂອງພຣະເຈົ້າ.

ກໍຍາວ​ກວ່າແຜ່ນດິນ​ໂລກ...​ກວ້າງ​ກ່ວາທ້ອງ​ທະເລ

ຄວາມຍິ່ງໃຫຍ່ ຫລືສະຕິປັນຍາຂອງພຣະເຈົ້າໄດ້ຖືກກ່າວເຖິງຄືກັບວ່າເຄື່ອງວັດແທກນັ້ນສາມາດວັດແທກໄດ້ຈາກໄລຍະທາງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)